ອົງການ​ຈັດ​ຕັ້ງ​ປະຊາຊົນຍີ່ປຸ່ນ​ຕຳ​ໜິທ່ານ ​ຊິນ​ໂຈ​ອາ​ເບະ ທີ່​ຈະຢ້ຽມຢາມທ່າ​ກຳ​ປັ່ນ​ອາ​ເມ​ລິ​ກາ​ເພື່ອການ​ເມືອງ
2016-12-14 11:19:18  cri 
  ຕາມ​ຂ່າວ CRI: ​ໃນ​ໂອກາດວັນ​ທີ 13 ທັນວາ​ນີ້​ເປັນ​ວັນ​ໄວ້ອາ​ໄລ​ຜູ້​ເສ​ຍຊີວິດ​ໃນ​ການ​ສັງຫານ​ໝູ່​ນານ​ກິ່ງແຫ່ງ​ຊາດ​ຈີນ​ເຊິ່ງປີ​ນີ້​ເປັນ​ປີ​ທີ 3 ​ແລະ​ເປັນປີ​ທີ 79 ຫຼັງ​ເກີດໂສກ​ນາຕະກຳ​ດັ່ງກ່າວ, ​​​ແທນ​ທີ່ລັດຖະບານ​ຍີ່ປຸ່ນ​ຈະທົບ​ທວນ​ແລະ​ຂໍອະ​ໄພ​ລັດຖະບານ​ແລະ​ປະຊາຊົນ​ຈີນ​ພັດ​ຍັງ​ເມີນ​ເສີຍ​ເຊິ່ງກໍ​ບໍ່​ຕ່າງ​ຫຍັງ​ກັບ​ໄລ​ໄຍະ​ຜ່ານ​ມາ​ແລະ​ຍັງ​ກວ່າ​ນັ້ນ​ກໍ​ຄື ທ່ານ ຊິນ​ໂຈ ອາ​ເບະ ນາຍົກລັດຖະມົນຕີຍີ່ປຸ່ນ​ໄດ້ຢືນຢັນ​ວ່າ​ຕົນ​ຈະ​ເດີນທາງ​ຢ້ຽມຢາມ​ທ່າ​ກຳ​ປັ່ນ Pearl ​ປະ​ເທດ​ອາ​ເມ​ລິ​ກາເພື່ອ​ໄວ້ອາ​ໄລ​ຜູ້​ເສຍ​ຊີວິດ​ໃນ​ການຫຼອນໂຈມ​ຕີ​ທ່າ​ກຳ​ປັ່ນນີ້ກ່ອນ​ວັນ​ລະນຶກການ​ໂຈມ​ຕີ​ດັ່ງກ່າວ.

  ນັກ​ວິ​ເຄາະຊີ້​ເຫັນວ່າ: ການ​ທີ່​ທ່ານ ຊິນ​ໂຈ​ອາ​ເບະ ​ໄປ​ຢ້ຽມຢາມ​ທ່າ​ກຳ​ປັ່ນ​ດັ່ງກ່າວ​ເປັນ​ພຽງ​ວິທີ​ການ​ເມືອງ​ຂອງ​ຕົນ​ເທົ່າ​ນັ້ນ​ແຕ່ແນວ​ໃດ​ກໍ​ດີ, ​ໃນ​ການ​ໂຮມ​ຊຸມນຸມ​ຂອງ​ປະຊາຊົນ​ທີ່​ຈັດ​ໂດຍ "ສະມາຄົມ​ສືບ​ທອດຖະ​ແຫຼງການ​ໂຕ​ມີ​ອີ​ຊີ ມູຣາຢາ​ມະ" ທີ່​ເປັນ​ອົງການ​ຈັດ​ຕັ້ງ​ປະຊາຊົນນັ້ນ, ຜູ້​ຊ່ຽວ​ຊານແລະ​ນັກວິຊາການ​ກ່າ​ວວ່າ: ການ​ກະທຳ​ຂອງ​ທ່ານ ຊິນ​ໂຈ​ອາ​ເບະ ກໍ​​ພຽງ​ເພື່ອຫວັງ​​ໃກ້ຊິດແລະ​ສະ​ແດງ​ຄວາມ​ຈົງ​ຮັກ​ພັກດີ​ຕໍ່​ອາ​ເມ​ລິ​ກາ​ເທົ່າ​ນັ້ນ​ ​ເພື່ອ​ສະ​ແດງ​ໃຫ້ອາ​ເມ​ລິ​ກາ​ແລະ​ທົ່ວ​ໂລກ​​ເຫັນວ່າພັນທະ​ມິດ​ສອງ​ປະ​ເທດຈະ​ບໍ່​ປ່ຽນ​ແປງ.

  ທ່ານ ຟຸຈິຕາ ຕາ​ກາກາ​ເກ ປະທານ "ສະມາຄົມ​ສືບ​ທອດຖະ​ແຫຼງການ​ໂຕ​ມີ​ອີ​ຊີ ມູຣາຢາ​ມະ" ຊີ້​ໃຫ້​ເຫັນ​ວ່າ: ປະ​ເທດ​ຕົນ​ຄວນ​ຮັບ​ຄວາມ​ຈິງ​ຂອງ​ປະຫວັດ​ການ​ຮຸກ​ຮານອາຊີຢ່າງ​ຖືກຕ້ອງ ທັງ​ເນັ້ນ​ຖ້າ​ຫາກ​ມີ​ທັດ​ສະ​ນະປະຫວັດສາດ "ຝ່າຍ​ຂວາ" ທີ່​ບໍ່​ຮັບ​ປະຫວັດສາດ​ການ​ຮຸກ​ຮານ​ຄື​ທ່ານຊິນ​ໂຈ​ອາ​ເບະ​​ແລ້ວ, ປະ​ເທດ​ຕົນ​ກໍຈະ​ບໍ່​ສາມາດ​ບັນລຸ​ຄວາມ​ປອງ​ດອງ​​ກັບ​ປະຊາຊົນ​ອາຊີ​​ໄດ້ຢ່າງ​ແທ້​ຈິງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ