ຈີນ​ໄດ້​ຮັບແກ້ວຕາ 5 ໜ່ວຍ​ສີ​ລັງກາ
2016-12-19 17:44:47  cri 
    ແກ້ວຕາ 5 ໜ່ວຍ​ທີ່​ປະ​ເທດ​ສີ​ລັງກາ​ບໍລິຈາກ​ໃຫ້​ແຂວງ​ຊ່ານ​ຕົ່ງ​ຈີນ ​ໄດ້ມາ​ເຖິງ​ເມືອງ​ຈີ້​ນານ ​ເທສະ​ບານ​ແຂວງ​ດັ່ງກ່າວ​ແລ້ວ​ຫຼັງໃຊ້​ເວລາ 6 ມື້. ຂະນະ​ດຽວ​ກັນ​ກໍ​ປະສົບ​ຜົນສຳ​ເລັດ​ໃນ​ການ​ຜ່າຕັດ​ໃຫ້​ຄົນ​ເຈັບ 6 ຄົນ​​ແລ້ວ ​ແລະ​ເຂົ​າ​ເຈົ້າຈະ​​ໄດ້​ເຫັນ​ແສງ​ສະຫວ່າງ​ຄືນ​ໃໝ່ອີກ​ເທື່ອ​ໜຶ່ງ.

    ຂ່າວ​ແຈ້ງວ່າ, ​ໃນຕົ້ນປີ​ນີ້, ຄັງ​ຕາ​ສາກົນປະ​ເທດ​ສີ​ລັງກາ​ໄດ້​ເຊັນ​ສັນຍາ​ຮ່ວມ​ມື​ກັບ​ໂຮງ​ໝໍ​ຕາ​ທີ່​ຂຶ້ນກັບ​ມະຫາ​ວິທະຍາສາດ​ແພດສາ​ຈີນ​ຊ່ານ​ຕົ່ງ ​ໂດຍ​ຄັງ​ຕາ​ດັ່ງກ່າວ​ຈະບໍລິຈາກ​ແກ້ວຕາ​ໃຫ້​ແຂວງຊ່ານ​ຕົ່ງ 60 ໜ່ວຍຕໍ່​ປີ. ​ເຖິງ​ວ່າຄັງ​ຕາ​ຂອງ​ຈີນ​ໄດ້ຮັບ​ການ​ກໍ່​ສ້າງ​ຢ່າງຕໍ່​ເນື່ອງ, ​ແຕ່ຫຼາຍປີ​ຜ່ານມາ​ ພັດ​ຂາດ​ເຂີນ​ການ​ບໍລິຈາກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ