ບົດ​ສຳພາດຂອງ​ທ່ານ ສຈ.ປອ ກິ​ແກ້ວ ​ໄຂ​ຄຳ​ພິທູນ
ຫົວໜ້າ​ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ, ປະ ທານ​ ສະພາ​ວິທະຍາສາດສັງຄົມ​ແຫ່ງ​ຊາດລາວ
2016-12-20 12:59:27  cri 

(ທ່ານ ສຈ ປອ ກິແກ້ວ ໄຂຄຳພິທູນ ໃຫ້ສຳພາດຕໍ່ນັກຂ່າວ CRI )

ກອງ​ປະຊຸມ​ທິດ​ສະ​ດີ ​ຂອງ​ສອງ​ພັກ, ພັກ​ປະຊາ​ຊົນ​ປະຕິວັດ​ລາວ ​​ແລະ ພັກ​ກອມມູນິດ​ຈີນ ຄັ້ງ​ທີ່ 5 ທີ່​​ຈັດ​ຂຶ້ນຢູ່ ສປປ ລາວ​ຈະ​ໄຂ​ຂຶ້ນ​ຢູ່​ປະ​ເທດ​ລາວ​ໃນ​ໄວໆ​ນີ້ ​ໂດຍ​ມີການ​ນຳ​ຂັ້ນ​ສູງ​ຂອງ​ ສູນ​ກາງ​ພັກ​ກອມ​ມູນິດຈີນ ກໍ​ຄື​ສະພາ​ທິດ​ສະ​ດີ ​ແລະ ພຶຶດຕິ​ກຳຂອງ​ ສປຈີນ​ ຈະ​​​ເຂົ້າ​ຮ່ວມ. ​ໃນ​ໂອກາດ​ດັ່ງກ່າວ, ວັນ​ທີ 16 ທັນວາ​ນີ້ ນັກ​ຂ່າວ​ຂອງ CRI ທີ່​ປະຈຳ​ຢູ່​ນະຄອນຫຼວງ​ວຽງຈັນ​ໄດ້ ສຳພາດ​ທ່ານ​ ສຈ ປອ ກິ​ແກ້ວ ​ໄຂ​ຄຳ​ພິທູນ ຫົວໜ້າ​ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ, ປະທານ​ສະພາ​ວິທະຍາສາດ​ສັງຄົມ​ແຫ່ງ​ຊາດ​ລາວ, ທ່ານ​ກິ​ແກ້ວ​ໄດ້​ແນະນຳ​ສະພາບ​ການ​ຂອງ​ການ​ພົວພັນ​ລະຫວ່າງ​ສອງ​ພັກ​ໃຫ້​ຮູ້ ​ແລະ​ໄດ້​ຕີ​ລາຄາ​ເປັນ​ຢ່າງ​ດີ​ຕໍ່​ບົດບາດ​ຂອງ CRI ​ໃນ​ການເສີມ​ສ້າງ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ ລະຫວ່າງ​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ຊາດ ​​ທັງຊ່ວຍ​ຮັດ​ແໜ້ນສາຍ ພົວພັນ​ລາວ​-ຈີນ ​ທີ່​ມີ​ມູນ​ເຊື້ອໃຫ້​ນັບ​ມື້ນັບ​ໜັກ​ແໜ້ນ​ຂຶ້ນ​ເລື້ອຍໆ.ບົດບາດສຳພາດ​ທ່ານ​ກິ​ແກ້ວ ​ໄຂ​ຄຳ​ພິທູນ ມີ​ເນື້ອ​ໃນ​ດັ່ງ​ນີ້:

ການ​ພົວພັນ​ຮ່ວມ​ມື​ຂອງ​ສອງ​ຊາດ​ລາວ - ຈີນ ​​ໄດ້​ມີ​ມາ​ແຕ່​ດຶກ​ດຳ​ບັນ ​ແລະ ​ໄດ້ກາຍ​ເປັນມູນ​ເຊື້ອ​ອັນ​ດີງາມຢ່າງ​ຍາວ​ນານ​ແລ້ວ ນັບ​ທັງ​ໃນ​ສະ​ໄໝ​ຕໍ່ສູ້​ກູ້​ຊາດ​​ຕ້າ​ນພວກ​ລ່າ​ເມືອງ​ຂຶ້ນ​ເພື່ອ​ປົດ​ປ່ອຍປະ​ເທດ​ຊາດ ກໍ​ຄື​​​ໃນໄລຍະ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ປະ​ເທດ​ຊາດ​ໃນ​ຍຸກ​ປະຈຸ​ບັນບົນ​ຈິດ​ໃຈລາວ​-ຈີນ ​ເປັນ​​​ບ້ານ​ໄກ້​ເຮືອນ​ຄຽງ​ທີ່​ດີ, ​ເປັນ​ເພື່ອ​ນທີ່​ດີ, ​ເປັນ​ສະຫາຍ​ທີ​ດີ ​ແລະ ​ເປັນ​ຄູ່​ຮ່ວມ​ມື ​ທີ​ດີ. ລາວ-​ຈີນ​ຍັງ​ເປັນ​ພີ່ນ້ອງ​ທີ່​ດີ​ຕໍ່​ກັນ​ອີກ . ພັກ-​ລັດຈີນ ​ແລະ ປະຊາຊົນ​ຈີນ​​ໄດ້​ໃຫ້ການ​​ສະໜັບສະໜູນອູ້ມຊູ​ຊ່ວຍ​​ເຫຼືອທີ່ມີປະສິດທິຜົນ ແລະ ທັນການ​ຫຼາຍໆ​ດ້ານ​ແກ່​ ສປປ ລາວ ​ຕະຫຼອດ​ມາ, ບໍ່​ວ່າ​ທາງ​ດ້ານ​ການ​ເມືອງ, ​ເສດຖະກິດ ກໍ​ຄື​ດ້ານ​ວັດທະນາ​ທຳ​-ສັງຄົມ ​ແລະ ​ອື່ນໆ. ສຳລັບ​ວຽກ​ງານ​ດ້ານ​ການ​ຄົ້ນຄວ້າ​ທິດ​ສະ​ດີ ​ແລະ ພຶດຕິ​ກຳສອງ​ພັກ​ພວກ​ເຮົາ​ກໍ່​ໄດ້​ມີ​ການ​ປະສານ​ສົມທົບ​ແໜ້ນ ​ໃນ​ການ​ແລກປ່ຽນ​ບົດຮຽນ ​ແລະ ປະສົບ​ການ​ຕ່າງໆ ​ເພື່ອຮັບໃຊ້ການ​ບູລະນະ​​ແນວທາງ​ຂອງ​ພັກ ​ ​ໃຫ້​​ແທດ​ເໝາະ​ກັບ​ສະພາບ​ຄວາມ​ເປັນ​ຈີ​ງ​ໃນ​ແຕ່ລະ​ໄລຍະ. ສອງ​ພັກພວກ​ເຮົາ​ ​ໄດ້​​ຈັດກອງປະຊຸມສຳ​ມະ​ນາ​ແລກປ່ຽນ​ບົດຮຽນ​ດ້ານ​ທິດ​ສະ​ດີ​ຂຶ້ນ​ໃນ​ທຸກໆ​ປີ ​ແລະ ​ນຳ​ເອົາ​ບົດຮຽນທີ່​ໄດ້​ຮັບ​ໄປ​​ໝູນ​ໃຊ້​ກັບ​ພຶດຕິ​ກຳ​ຕົວ​ຈີ​ງຂອງ​ແຕ່​ລະ​ພັກ​ໃຫ້​ມີ​ຄວາມ​ເໝາະ​ສົມຫຼາຍ​ຂຶ້ນ. ​ໃນ​ຕໍ່ໜ້າ​ພວກ​ເຮົາ​​ຍັງ​ຈະ​ພາ​ຍາ​ຍາມ​ເຮັດ​ໃຫ້ການ​ຮ່ວມ​ມື​ກັນ​ໃນ​ຂົງ​ເຂດ​ນີ້​ນັບ​ມື້​ກ້າວ​​ເຂົ້າ​ສູ່​ລວງ​ເລິ​ກ ​ແລະ ມີ​ປະສິດທິ​ຜົນ​ສູງ​ຍິ່ງຂຶ້ນ​ ​ແທດ​ເໝາະກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ການ​ພັດທະນາ​ໃນ​ແຕ່ລະ​ປະ​ເທດ.

ສຳລັບ​ການ​ມາ​ຢ້ຽມຢາມ​ລາວ​ຂອງ​ຄະນະ​ຜູ່​ແທນ​ພັກ​ກອມ​ມູນິດ​ຈີນ ​​ເຊິ່ງນຳ​​ໂດຍ​ສະຫາຍ  ລີ​ວຊີ​ປາວ, ກຳມະການ​ກົມ​ການ​ເມື​ອງ, ຫົວໜ້າຄະນະ​​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນຄັ້ງ​ນີ້ ບໍ່​ພຽງ​ແຕ່​​ເປັນ​ການ​ເຂົ້າ​ຮ່ວມກອງ​ປະຊຸມ​ສຳ​ມະ​ນາ​​ທິດ​ສະ​ດີເທົ່າ​ນັ້ນ, ຍັງ​​ເປັນ​ການ ປະກອບສ່ວນ​ການ​ເສີມ​ສ້າງ​ຄວາມ​ສຳພັນ​ທີ​ດີ​ຕໍ່​ກັນ​​ ລະຫວ່າງ​ສອງ​ພັກ, ສອງລັດ ​ແລະ ປະຊາຊົນ​ຂ​ອງລາວ-ຈີນ ໃຫ້​ນັບ​ມື້​​ແໜ້ນ​ແຟ້ນ ​ແລະ ​ກ້າວ​ໄປ​ສູ່​ລວງ​ເລິກ, ທັງ​ເປັນ​ການ​ຊອກ​ຮູ້​ ​​ແນວທາງ ນະ​ໂຍບາຍ​ໃນ​ແຕ່ລະ​ໄລຍະ​ຂອງ​ສອງ​ພັກ​, ​ເປັນ​ຕົ້ນ​ແມ່ນທິດ​ທາງ​ ​ແລະ ​ແຜນນະ​ໂຍບາຍ​ຂອງ​ ຈີນ ວາງ​ອອກ ໃນ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ່ 6 ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນສະ​ໄໝ​ທີ 18, ຊອກ​ຮູ້ກອງ​ປະຊຸມ​ຄົບ​ຄະນະ​ບໍລິຫາ​ນງານ​ສູນ​ກາງ​ພັກ​ຄົບ​ຄະນະ ຄັ້ງ​ທີ 3 ສະ​ໄໝ​ທີ 10. ນອກ​ນັ້ນ, ກອງ​ປະຊຸມ​ສຳ​ມະ​ນາທິດ​ສະ​ດີ​ຄັ້ງ​ນີ້ ຈະຊ່ວຍ​ຮຽນຮູ້ ຈະ​ສ້າງ​ພື້ນຖານ​ທິດ​ສະ​ດີ ​ແລະ ບົດຮຽນພຶດຕິ​ກຳ​ຂອງ​ພັກ​ກອມ​ມູນິດ​ຈີນ ​ໃນ​ການ​ກໍ່ສ້າງ​ພັກ​ດ້ວຍ​ຕົນ​ເອງ​ໃນ​ເງື່ອນ​ໄຂ​ເຊື່ອມ​ໂຍງ​ສຳພັນ ​ເພື່ອ​ໃຫ້​ພັກ ປປ ລາວ ຂອງ​ພວກ​ຂ້າພະ​ເຈົ້າ ນຳ​ໄປ​ພິຈາລະນາ​ທັງ​ໃຊ້​ເຂົ້າ​ໃນ​ເງື່ອນ​ໄຂ​ຕົວ​ຈິງ​ຂອງ​ພັກ.

ການ​ມາ​ຢ້ຽມຢາມ ກໍ່​ຄື​ການ​ເຂົ້າ​ຮ່ວມກອງ​ປະ​ຊຸມ​​ສຳ​ມະ​ນາ​ທິດ​ສະ​ດີ​ສອງ​ພັກ ຂອງ​ການ​ນຳ​ຂັ້ນ​ສູງ ສປ ຈີນ ​ຄັ້ງ​ນີ້ ກໍ່ພໍດີ​ກັບ​ໂອກາດ​ນີ້ວິທະຍຸ cri FM 93 ​ໄດ້​ສະ​ເຫຼີ​ມສະຫຼອງ​ຄົບຮອບ 10 ປີ. ​ໃນ​ໄລຍະ 10 ປີຜ່ານມາ​ ຂ້າພະ​ເຈົ້າ​ເຫັນ​ວ່າ: ວິທະຍຸ cri ​​​ໄດ້​ປະກອບສ່ວນ​ສຳຄັນ​ເຂົ້າ​​​ໃນ​ການ​ເສີມ​ສ້າງ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ; ​ຊ່ວຍ​ໃຫ້​ປະຊາຊົນສອງ​ປະ​ເທດ​ເຮົາ​ໄດ້ຮັບ​ຮູ້​ສະພາບ​ຂອງ​ແຕ່ລະ​ປະ​ເທດ ​ໃນ​ແຕ່ລະ​ໄລຍະ​ໄດ້​ຢ່າງ​ວ່ອງ​ໄວ​ທັນ​ເຫດການ, ທັງ​ເປັນ​ກຳລັງ​ແຮງ​ໃຫ້​ກັບ ສປປ ລາວ ພວກ​ເຮົາ​ໃນ​ການ​ໂຄສະນາ​​ເຜີຍ​ແຜ່​ແນວທາງ ຂອງ​ພັກ-ລັດ ລົງ​ສູ່​ປະຊາຊົນ​ຊັ້ນ​ຄົນ​ຕ່າງໆ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ. ສຳລັບ​ໃນ​ຕໍ່ໜ້າ​ຂ້າພະ​ເຈົ້າ​ຫວັງ​ຢ່າງ​ຍິ່ງ​ວ່າ ວິທະຍຸ​cri ຂອງ​ພວກ​ສະຫາຍຈະ​ເພີ່ມ​ກຳລັງ​ຄື້ນ​ໃຫ້​ປົກ​ຄຸມ​ໄປ​ໃຫ້​ຫຼາຍ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ, ສຳຄັນ​ແມ່ນ​ເຂດ​ຊົນນະບົດ ​ແລະ ຫ່າງ​ໄກ​ສອກຫຼີກ ທີ່​ຍັງ​ມີ​ຄວາມ​ຫຍຸ້ງຍາກ​​ໃນ​ດ້ານໜື່ງກໍ່​ໂຄສະນາ​ແນວທາງ​ນະ​ໂຍບາຍ​ຂອງ​ພັກ-​ລັດ ຈີນ, ວັດທະນະທຳ-​ຮີດຄອງ​ປະ​ເພນີ​ອັນ​ດີ​ງາມ​ຂອງ​ປະຊາຊົນ​ບັນດາ​ເຜົ່າ​ໃຫ້​ຊາວ​ລາວຮູ້​ຢ່າງ​ກວ້າງ​ຂວາງ; ດ້ານໜື່ງອີກ​ກໍ່​ນຳ​ເອົາ​ແບບ​ແຜນ​ນະ​​ໂຍບາຍ​ຂອງ​ພັກ ປປ ລາວ​ໄປ​ເຜີຍ​ແຜ່, ​ເອົາ​ຜົນສຳ​ເລັດ​ແຫ່ງ​ການ​ສ້າງສາ​ພັດທະນາຂອງ ສປປ ລາວ ກໍ່​ຄື​ຊີວິດ ວັດທະນະທຳ, ຮີດຄອງ​ປະ​ເພນີ​ອັນ​ດີງາມ​ຂອງ​ປະຊາຊົນ​ລາວ​ບັນດາ​ເຜົ່າ ​ໄປ​ເຜີຍ​ແຜ່​ໂຄສະນາ​ໃຫ້​ປະຊາຊົນ​ຈີນ ​ໄດ້​ຮັບ​ຮູ້​ເຂົ້າ​ໃຈ ​ເຮັດ​ໄດ້​ຄື​​ແນວ​ນັ້ນ, ຂາ​ພະ​ເຈົ້າ​ເຊື່ອ​ວ່າ ວິທະ​ຍຸ cri ຂອງ​ພວກ​ສະຫາຍ​ຈະ​ສົມ​ເປັນ​ຂົວ​ຂໍ່​ແຫ່ງ​ສາຍ​ພົວພັນ​ມິດຕະພາບ ຂອງ​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ຂອງໍາ​ວລາວ-​ຈີ​ນ ຢ່າງ​ແທ້​ຈິງ.



1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ