ທູດ​ຈີນປະຈຳ ສປປ ລາວ​ຕີ​ລາຄາ​ສູງ​ຕໍ່ຜົນງານ CRI FM93
2016-12-20 17:14:19  cri 


ຕາມ​ຂ່າວ CRI: ວັນ​ທີ 19 ທັນວາ​ນີ້ ຢູ່​ທີ່​ນະຄອນຫຼວງ​ວຽງ​ຈັນ ສປປ ລາວ, ທ່ານ​ກວນ​ຫວາ​ປິ່ງ ​ເອກອັກຄະ​ລັດຖະທູດ​ ສປ ຈີນ​ປະຈຳ ສປປ ລາວ​ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຄຳນັບ​ຂອງ​ຄະນະ​ຜູ້​ແທນວິທະຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນ (CRI) ທີ່​ນຳພາ​ໂດຍ​ທ່ານ​ມາ​ໂປ​ຮຸຍ ຮອງ​ອຳນວຍການ CRI ເຊິ່ງໃນໂອ ກາດດັ່ງກ່າວ, ທ່ານ​ກວນ​ຫວາ​ປິ່ງ​ໄດ້​ຕີ​ລາຄາ​ສູງ​ຕໍ່ຜົນສຳເລັດທີ່ຈົບງາມຂອງ  CRI FM93 ທີ່ຕະຫຼອດ​ໄລຍະ 10 ປີ​ຜ່ານມາ.

ທ່ານ​ກວນ​ຫວາ​ປິ່ງ​ກ່າວ​ວ່າ, ການ​ນຳ​ຈີນ-​ລາວ​ໄດ້ເອົາ​ໃຈ​ໃສ່ເປັນພິເສດຕໍ່​ການ​ຂະຫຍາຍຕົວ​ຂອງ CRI FM93 ແລະກ່ອນໜ້ານີ້ 10 ປີ​, ຜູ້ນຳ​ຂັ້ນ​ສູງ​ຂອງ​ສອງ​ປະ​ເທດ​ໄດ້​ຮ່ວມ​ກັນ​ກົດ​ປຸ່ມ​ອອກ​ອາກາດ​ຂອງ CRI FM93.

ຕະຫຼອດ​ໄລຍະ 10 ປີຜ່ານມາ, CRI FM93 ຍາດ​ໄດ້​​ຜົນງານ​ຢ່າງ​ໃຫຍ່ຫຼວງ​ໃນ​​ການ​ເຜີຍ​ແຜ່​ວັດທະນະທຳ​ຈີນ​ແລະ​ເພີ່ມ​ພູ​ນນ້ຳໃຈມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ​ລະຫວ່າງ​ຈີນ-​ລາວ, ​ແລະ​ທີ່ສຳຄັນກໍ່ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ຢ່າງ​ກວ້າງຂວາງຈາກ​ການນຳ ​ແລະ​ປະຊາຊົນ​ລາວ.

ທ່ານ​ທູດ​ກວນ​ຫວາ​ປິ່ງ​ກ່າວ​ຕື່ມວ່າ, ​ຫຼັງ​ຮັບ​ຕຳ​ແໜ່​ງ​ເປັນ​ເອກອັກຄະ​ລັດຖະທູດ​ຈີນ​ປະຈຳລາວ, ​ເຄີຍ​ໄດ້​ຍິນ​ຊື່​ສຽງ​ຂອງ CRI FM93 ​ມາແລ້ວ ແລະຕະຫຼອດ 3 ປີ​ທີ່​ດຳລົງ​ຕຳ​ແໜ່​ງຢູ່​ລາວ, ກໍໄດ້ເປັນສ່ວນໜຶ່ງທີ່ສຳຄັນໃນການພັດທະນາ​ຢ່ ແລະກໍ່ເຫັນວ່າ CRI FM93  ໄດ້ຮັບການພັດທະນາຢ່າງວ່ອງໄວ, ທັງ​ໄດ້​ເຫັນ​ຜົນງານ​ຂອງ CRI FM93 ຕໍ່ປະເທດລາວ. ທ່ານ​ຫວັງ​ວ່າ CRI FM93 ສຸມທຸກຄວາມ​ພະຍາຍາມ​ຕື່ມ​ອີກ ເພື່ອສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດການ​ເປັນ​ຂົວ​ຕໍ່ແລະປະກອບສ່ວນໃຫ້​ຫຼາຍ​ກວ່າ​ເກົ່າ​ເພື່ອ​ມິດຕະພາບ​ຈີນ-​ລາວ.

CRI FM93 ສ້າງ​ຕັ້ງ​ຂຶ້ນ​​ເມື່ອ​ເດືອນ​ພະຈິກ 2006 ໂດຍລາຍການ​ວິທະຍຸ​ຂອງ CRI FM93 ສາມາດ​ຮັບ​ຟັງ​ໄດ້​ໃນ​ທົ່ວ​ນະຄອນຫຼວງ​ວຽງ​ຈັນ ກໍ​ຄື​ບໍລິ​ເວນ​ໃກ້​ຄຽງ ໂດຍກວມເອົາອັດຕາ​ການຮັບ​ຟັງ​ຕິດ 1 ​ໃນ 3, ​ໄດ້​ກາຍ​ເປັນ​ຊ່ອງ​ທາງ​ສຳຄັນ​ທີ່​ສື່​ມວນ​ຊົນ​ສຳຄັນ​ຂອງ​ລາວ​ຮັບ​ເອົາ​ຂໍ້ມູນຂ່າວສານ​ກ່ຽວ​ກັບ​ຈີນ​ແລະທົ່ວ​ໂລກ.

​ມາ​ຮອດ​ປັດຈຸບັນ, CRI FM93​ ​ໄດ້​ສື່​ໃໝ່​ຕ່າງໆ​ເຊັ່ນ: ວິທະຍຸ, ເວັບ​ໄຊ, ສື່​ສິ່ງ​ພິມ, ສື່​ອອນ​ໄລ, ຜະລິດ​ຕະພັນ​ສື່​ໃໝ່​ຕ່າງໆ ​ແລະຫ້ອງ​ຮຽນ​ຂົງຈືທາງ​ວິທະຍຸ, ​​ບັນລຸ​ການ​ເຜີຍ​ແຜ່​ຂໍ້ມູນຂ່າວສານ​​ໂດຍ​ຜ່ານ​ການ​ຮ່ວມ​ມື​ກັບ​ສື່​ມວນ​ຊົນ​ລາວ ທັງເຮັດ​ສື່​ທີ່​ມີ​ຍີ່​ຫໍ້​ຂອງ​ຕົນ​ເອງ.

1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ