ລັດຖະມົນຕີກະຊວງຖະແຫຼງຂ່າວວັດທະນະທຳແລະທ່ອງທ່ຽວລາວຕີລາຄາວ່າ: CRIFM93 ແມ່ນວິທະຍຸທາງ​ຈິດ​ໃຈຂອງ ຜູ້ຟັງລາວ
2016-12-20 18:04:58  cri 



(ທ່ານ ສຈ ປອ ບໍ່ແສງຄຳ ວົງດາລາ ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງຄະນະຜູ້ແທນ CRI ທີ່ນຳພາໂດຍທ່ານມາໂປຮຸ່ຍ ຮອງອຳນວຍການ CRI)




ຕາມຂ່າວCRI: ປີນີ້ແມ່ນປີທີ່ວິທະຍຸ CRI FM93 ອອກອາກາດຄົບຮອບ 10 ປີ. ວັນທີ 20 ທັນວານີ້, ທ່ານ ສຈ ປອ ບໍ່ແສງຄຳ ວົງດາລາ
ລັດຖະມົນຕີກະຊວງ ການຖະແຫຼງຂ່າວ ວັດທະນະທຳແລະທ່ອງທ່ຽວລາວໄດ້ ຕ້ອນຮັບການ​ເຂົ້າ​ຢ້ຽມ​ຄຳນັບ​ຂອງຄະນະຜູ້ແທນ CRI
ທີ່ນຳພາໂດຍທ່ານ ມາໂປຮຸ່ຍ ຮອງຜູ້ອໍານວຍການໃຫຍ່ CRI ໂດຍໄດ້ຕີລາຄາໃນລະດັບສູງວ່າ CRIFM93 ແມ່ນວິທະຍຸທາງ​ຈິດ​
ໃຈຂອງຜູ້ຟັງລາວ.

ທ່ານບໍ່ແສງຄຳ ວົງດາລາກ່າວວ່າ, ວິທະຍຸ CRI FM93 ໄດ້ຊ່ວຍເຮັດໃຫ້ມິດຕະພາບລະຫວ່າງປະຊາຊົນລາວ-ຈີນ​ເຂົ້າ​ໃກ້ຊິດ​ກັນ.
ລັດຖະບານ ແລະປະຊາຊົນລາວໄດ້ຕີລາຄາສູງຕໍ່ຜົນງານທີ່ CRI FM93ໄດ້ຮັບໃນໄລຍະ10ປີມານີ້ ເຊິ່ງສົມກັບວ່າ CRIFM93
ແມ່ນວິທະຍຸທີ່ມີຜູ້ນຳສູງສຸດຂອງສອງປະເທດ ລາວ-ຈີນຮ່ວມ​ກັນ​ກົດ​ປຸ່ມ​ໄຂຢ່າງເປັນທາງການ, ດີໃຈຫຼາຍທີ່ມີ CRI ມີການປະກອບ
ສ່ວນຊ່ວຍກັນ, CRI ມີຜົນງານຫຼາຍກໍ່ຊ່ວຍເຮັດໃຫ້ຝ່າຍລາວມີຜົນງານຂຶ້ນນຳ. ທ່ານເຊື່ອໝັ້ນວ່າໜ່ວຍງານ CRI ຈະມີຜົນງານໃໝ່
ອັນໃຫຍ່ ຫຼວງກວ່າເກົ່າເພື່ອຊ່ວຍເສີມສ້າງມິດຕະພາບລະຫວ່າງສອງພັກສອງລັດລາວ ຈີນນັບມື້ນັບດີຂຶ້ນ.

ທ່ານມາາໂປຮຸ່ຍໄດ້ຕາງໜ້າ CRI ສະແດງຄວາມຂອບອົກຂອບໃຈຕໍ່ກະຊວງຖະແຫຼງຂ່າວວັດທະນະທຳແລະທ່ອງທ່ຽວທີ່ໄດ້ໃຫ້ການ
ສະໜັບສະໜູນແກ່ວິທະຍຸ CRIFM93, ແລະກ່າວວ່າ CRI ຈະສືບຕໍ່ທຳ​ຄວາມ​ພະຍາຍາມ​ເພື່ອປະກອບສ່ວນເຂົ້າໃນການເຮັດໃຫ້ມິດ
ຕະພາບຈີນລາວອັນເປັນມູນເຊື້ອກ້າວເຂົ້າສູ່ລວງເລິກ.


1 2 3
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ