ຈີນ​ປະສົບ​ຜົນສຳ​ເລັດ​ໃນ​ການ​ສົ່ງ​ດາວ​ທຽມ​ທົດ​ລອງ​ວິທະຍາສາດ​ຕິດຕາມ​ກາກ​ບອນ​ໄດ​ອອກ​ໄຊ​ທົ່ວ​ໂລກ​ໜ່ວຍ​ທຳ​ອິດ
2016-12-22 21:18:38  cri 
ຕາມ​ຂ່າວສານ​ຈີນ:​ເວລາ 3 ​ໂມງ 22 ນາທີ​ຂອງ​ວັນ​ທີ 22 ທັນວາ​ນີ້,ຈີນ​ໄດ້​ປະສົບ​ຜົນສຳ​ເລັດ​ໃນ​ການ​ສົ່ງ​ດາວ​ທຽມ​ທົດ​ລອງ​ວິທະຍາສາດ​ຕິດຕາມ​ກາກ​ບອນ​ໄດ​ອອກ​ໄຊ​ທົ່ວ​ໂລກ​ຢູ່​ສູນ​ຍິງ​ດາວ​ທຽມ​ຈີວສວນ.ຜູ້​ຊ່ຽວຊານ​ກ່າວ​ວ່າ,ດາວ​ທຽມ​ໜ່ວຍ​ນີ້​ຈະ​ເຮັດ​ໃຫ້​ຈີນ​ມີ​ຄວາມ​ສາມາດ​ຕິດຕາມ​ຄວາມ​ເຂັ້ມ​ຂຸ້ນ​ຂອງ​ກາກ​ບອນ​ໄດ​ອອກ​ໄຊ​ຢູ່​ຊັ້ນ​ອາກາດ​ໃນເຂດ​ແຄວ້ນ​ສຳຄັນ​ແລະທົ່ວ​ໂລກ.
​ໂດຍ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ສີມື​ຂອງ​ມະນຸດ,ຄວາມ​ເຂັ້ມຂຸ້ນ​ຂອງ​ອາຍ​ພິດ​ເຮືອນ​ແກ້ວ​ໃນ​ອາກາດ​ໄດ້​ສູງ​ຂຶ້ນ​ເຖິງ​ລະດັບ​ສູງ​ສຸດ​ໃນ​ປະຫວັດສາດ,​ແລະ​ມີ​ທ່ວງທ່າ​ເພີ່ມຂຶ້ນ.ການ​ຕິດຕາມ​ສະພາບ​ລະບາຍ​ກາກ​ບອນ​ໄດ​ອອກ​ໄຊ​ທົ່ວ​ໂລກ​ຢ່າງ​ແນ່ນອນ​ຈິ່ງ​ສາມາດ​ດຳ​ເນີນ​ການ​ຄົ້ນ​ຄວ້າດິນ​ຟ້າ​ອາກາດ​ປ່ຽນ​ແປງ​ຢ່າງ​ມີ​ປະສິດທິ​ຜົນ.

ທ່ານຫຼີ​ຈາ​ຫົງ​ ວິສະວະກອນ​ໃຫຍ່​ສູນ​ຄວບ​ຄຸມ​ທາງ​ໄກ​ກະຊວງ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ເວົ້າ​ວ່າ,ດາວ​ທຽມ​ໜ່ວຍ​ນີ້​ມີ​ຄວາມ​ໝາຍ​ສຳຄັນ​ຕໍ່​ການ​ຍົກ​ສູງ​ສິດສະ​ແດງ​ຄວາມ​ເຫັນ​ຂອງ​ຈີນ​ໃນ​ດ້ານ​ດິນ​ຟ້າ​ອາກາດ​ປ່ຽນ​ແປງ​ສາກົນ.ຫຼັງຈາກນີ້,ດາວ​ທຽມ​ຈະ​ວັດ​ແທດຢູ່​ໂຄຈອນ​ປະມານ​ເຄິ່ງປີແລະ ໃນ​ຕໍ່ໜ້າ​ຈີນ​ຈະ​ແບ່ງປັນ​ຂໍ້​ມູນ​ໃຫ້ທັງ​ພາຍ​ໃນ​ແລະ​ຕ່າງປະ​ເທດ​ໃນ​ເວລາ​ທີ່​ເໝາະ​ສົມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ