ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ​ຢືນຢັນ​ຈະ​ສ້າງ​ແລວ​ທາງ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ
2016-12-24 15:33:09  cri 
ຫຼັງ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດຄັ້ງ​ທີ 2 ຂອງການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ​ຢູ່​ຊຽມລຽບ​ປະ​ເທດ​ກຳປູ​ເຈຍ​ໃນວັນ​ທີ 23 ທັນວາ​ນີ້, ທ່ານ​ຫວາງ​ຢີ້ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້ຢືນຢັນ​ຕໍ່ສື່​ມວນ​ຊົນ​ຈີນ​ແລະ​ຕ່າງປະ​ເທດ​ວ່າ: ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຄັ້ງ​ນີ້​ໄດ້​ກຳນົດ​ທິດ​ທາງ​ການ​ພັດທະນາຂອງ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ​​ໃຫ້​ຈະ​ແຈ້ງ​ຕື່ມ​ອີກ. ຈີນ​ຍິນ​ດີ​ຮ່ວມ​ກັບ 5 ປະ​ເທດ​ອື່ນ​ຍຶດໝັ້ນຫົວ​ຂໍ້​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ​ຄື "ດື່ມ​ນ້ຳ​ສາຍ​ດຽວ,ຮ່ວມ​ຊະ​ຕາ​ກຳຢ່າງແໜ້ນ​ແຟ້ນ" ​ແລະ​​ເສີມ​ຂະຫຍາຍ​ທ່າ​ແຮງ​ພິ​ເສດ​ຂອງ 6 ປະ​ເທດລຸ່ມ​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ​ທີ່​​ເປັນ​ເພື່ອນ​ບ້ານ​ໃກ້​ຄຽງ,ມີ​ວັດທະນະທຳ​ຄ້າຍຄື​ກັນ ​ແລະ​ຈຸນ​ເຈືອ​ກັນ​ທາງ​ດ້ານ​ເສດຖະກິດ, ຄ່ອຍໆ​ສ້າງ​ວັດທະນະທຳ​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ​ທີ່​ສະ​ເໝີ​ພາບ​ກັນ, ຊ່ວຍ​ເຫຼືອ​ກັນ​ດ້ວຍ​ຄວາມ​ຈິງ​ໃຈ​ແລະ​ສະໜິດ​ກັນ​ປານ​ຄົນ​ໃນ​ຄອບຄົວ​ດຽວ ​ແລະ​ປະຕິບັດ​ຕາມ​ຫຼັກການ "ປຶກສາ​ຫາລື​ຮ່ວມ,ສ້າງສາ​ຮ່ວມ​ແລະ​​ແບ່ງປັນ​ຜົນ​ປະ​ໂຫຍ​ດ​ຮ່ວມ" ​ເພື່ອ​ສ້າງ​ແລວ​ທາງ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ ​ແລະ​ມຸ້ງ​ໜ້າ​ໄປ​ສູ່​ເປົ້າ​ໝາຍ​ສ້າງ​ຕັ້ງ​ປະຊາ​ຄົມ​ຮ່ວມ​ຊະ​ຕາ​ກຳ​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ.

ທ່ານ​ຫວາງ​ຢີ້ກ່າວ​ເນັ້ນ​ວ່າ: ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ​ບໍ່​ພຽງ​ແຕ່​ຈະ​ສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ອະນຸ​ພາກ​ພື້ນ​ເທົ່າ​ນັ້ນ, ຍັງ​ຈະ​ມີ​ຜົນ​ດີ​ຕໍ່​ການ​ສ້າງ​ກຳລັງ​ແຮງ​ໃໝ່​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ຈີນ-ອາ​ຊຽນ, ​ເລັ່ງກໍ່ສ້າງ​ປະຊາ​ຄົມ​ອາ​ຊຽນ, ຂະ​ບວນການ​ເຊື່ອມ​ໂຍງ​ເຂົ້າ​ເປັນອັນ​ໜຶ່ງ​ອັນ​ດຽວ​ກັນ​ຂອງ​ພາກ​ພື້ນ, ຮ່ວມ​ກັນ​ກໍ່ສ້າງ "ໜຶ່ງ​ແ​ລວທາງ​ໜຶ່ງ​ເສັ້ນທາງ"​ໃຫ້​ໄດ້​ຮັບ​ປະສິດ​ທິຜົນ​ໂດຍ​ໄວ ​ແລະ​ປະກອບສ່ວນ​ຂອງ​ພາກ​ພື້ນ​ຕົນ​ເຂົ້າ​ໃນ​ການຈັດ​ຕັ້ງ​ປະຕິບັດ​ວາລະ​ການ​ພັດທະນາ​ແບບ​ຍືນ​ຍົງ​ປີ 2030. ​ແນວ​ໃດ​ກໍ​ດີ, ​ເຊື່ອ​ໝັ້ນ​ວ່າ ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ​ຈະ​ໄດ້​ຮັບ​ຄວາມ​ຊົມ​ເຊີຍ​ແລະ​ການ​ສະໜັບສະໜູນ​ຈາກ​ປະຊາ​ຄົມ​ໂລກ​ໂດຍ​ສະ​ເພາະ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ແຫ່ງ​ນີ້​ຢ່າງ​ແນ່ນອນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ