ກະຊວງ​ປ້ອງ​ກັນ​ປະ​ເທດ​ລາວ​ຮ່ວມ​ມື​ກັບ​ບໍລິສັດ​ຜະລິດ​ຕະພັນທາງ​ນ້ຳ​ຮວາ​ຕ້າ​ລາວ​ຈຳກັດ
2016-12-25 18:02:08  cri 

ພິທີ​ເຊັນ​ສັນຍາ​ຮ່ວມສ້າງຕັ້ງສູນ​ຄົ້ນຄວ້າ​ທົດ​ລອງ​ການ​ລ້ຽງ​ແລະ​ຂະຫຍາຍ​ຜະລິດ​ຕະພັນສັດ​ນ້ຳ ລະຫວ່າງ​ກົມ​​ຜະລິດ​ກະສິກຳ ກົມ​ໃຫຍ່​ພະລາທິການ ກະຊວງ​ປ້ອງ​ກັນ​ປະ​ເທດ​ລາວ ​ບໍລິສັດ​ຜະລິດ​ຕະພັນທາງ​ນ້ຳ​ຮວາ​ຕ້າ​ລາວ​ຈຳກັດ ​ໄດ້​ຈັດ​ຂຶ້ນຢູ່​ນະຄອນຫຼວງວຽງ​ຈັນ​ໃນ​ວັນ​ທີ 23 ທັນວາ​ນີ້ ​ໂດຍ​ສອງ​ຝ່າຍ​ຈະ​ຮ່ວມ​ມືໃນ​ການ​ລ້ຽງ​ແລະ​ຂະຫຍາຍ​ຜະລິດ​ຕະພັນ​ສັດ​ນ້ຳ ພ້ອມ​ດ້ວຍ​ການ​ປຸງ​ແຕ່ງ ​ແລະ ການ​ສົ່ງ​ອອກ ​ເປັນຕົ້ນ.

ທ່ານ​ວົງ​ສັກ ພັນທະ​ວົງ ຮອງ​ຫົວໜ້າ​ກົມ​ໃຫຍ່​ພະລາທິການ ກະຊວງ​ປ້ອງ​ກັນ​ປະ​ເທດ​ລາວ ກ່າວ​ວ່າ: ສູນ​ຄົ້ນຄວ້າ​ທົດ​ລອງ​ການ​ລ້ຽງ​ແລະ​ຂະຫຍາຍ​ຜະລິດ​ຕະພັນ​ສັດ​ນ້ຳ​​ແຫ່ງ​ນີ້​ແມ່ນ​​​ການ​ຮ່ວມ​ມື​ລະຫວ່າງ​ລາວ-ຈີນ​ເປັນ​ແຫ່ງ​ທຳ​ອິດ ​ເຊິ່ງມີ​ຄວາມ​ໝາຍ​ສຳຄັນ​ຕໍ່​ການ​ຫັນປ່ຽນ​ຮູບ​ແບບ ​ແລະ ຍົກ​ລະດັບ​ອຸດສາຫະກຳ​ການ​ລ້ຽງ​ແລະ​ຂະຫຍາຍ​ຜະລິດຕະພັນ​ສັດ​ນ້ຳຂອງລາວ. ຫວັງ​ວ່າ​ບໍລິສັດ​ຜະລິດ​ຕະພັນ​ທາງ​ນ້ຳ​ຮວາ​ຕ້າ​ລາວ​ຈຳກັດ ຈະ​ສາມາດ​ນຳ​​ເຕັກນິກ​ທັນ​ສະ​ໄໝ ​ແລະ ບົດຮຽນທີ່​ກ້າວໜ້າ​ຈາກ​ຈີນ ​ໂດຍ​ສະ​ເພາະຜົນ​ງານ​ການຄົ້ນຄວ້າ​ວິທະຍາສາດດ້ານ​ການ​ຕັດ​ຕໍ່​ພັນທຸ​ກຳ ​ເພື່ອ​ຊຸກຍູ້​ອຸດສາຫະກຳ​ຜະລິດ​ຕະພັນ​ທາງ​ນ້ຳຂອງ​ລາວ​ໃຫ້​ພັດທະນາ​ຢ່າງ​ຕໍ່​ເນື່ອງ ​ແລະ​ສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະຊາຊົນ​ລາວບັນດາ​ເຜົ່າ ​ແລະ​ຊຸກຍູ້​ຂະ​ບວນການ​ຫັນ​ເປັນ​ທັນ​ສະ​ໄໝ​ຂອງ​ກະສິກຳ​ລາວ​ໃຫ້ເລັ່ງລັດ​ໄວ​ຂຶ້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ