ປະຊາຊົນ​ໄຕ້​ຫວັນ​ປະ​ທ້ວງ​ການ​ນຳ​ເຂົ້າອາຫານ​ຈາກ​ເຂດ​ປະສົບ​ໄພ​ນິວ​ເຄລຍຍີ່ປຸ່ນ
2016-12-26 10:47:54  cri 
    ຕາມ​ຂ່າ​ວສານ​ຈີນ: ຕອນ​ບ່າຍ​ວັນ​ທີ 25 ທັນວາ​ນີ້, ປະຊາຊົນ​ໄຕ້​ຫວັນຫຼາຍພັນ​ຄົນ​ ໄດ້​ແຫ່​ຂະ​ບວນຕາມ​ຖະໜົນ​ຫົນທາງ​ເມືອງ​ໄຕ້​ເປ ​ເພື່ອ​ປະ​ທ້ວງ​ທາງ​ການ​ຂອງ​ພັກ​ປະຊາທິປະ​ໄຕ​ກ້າວໜ້າ​ທີ່​ບໍ່​​ເອົາ​ຫົວຊາ​ຕໍ່​ສຸຂະພາບ​ຂອງ​ປະຊາຊົນ ​ໂດຍ​ໄດ້ເຈລະຈາ​ກັບ​ຍີ່ປຸ່ນ​ກ່ຽວ​ກັບ "​ເງື່ອນ​ໄຂ​ແລກປ່ຽນ" ​ແລະ​ນຳ​ເຂົ້າອາຫານ​ຈາກ​ເຂດ​ປະສົບ​ໄພ​ນິວ​​ເຄລຍຂອງ​ຍີ່ປຸ່ນ, ພ້ອມ​ທັງ​ຮ້ອງ​ຄຳ​ຂວັນ​ໃຫ້ "ທ່ານ​ນາງ ​ໄຊ້ຢິ່ງ​ເວີນ​ອອກ​ຈາກ​ຕຳ​ແໜ່​ງ".

    ໃນ​ໄລຍະ​ເກີດ​ແຜ່ນດິນ​ໄຫວ, ຢູ່​ຟູ​ຄູ​ຊີ​ມະ​ປະ​ເທດ​ຍີ່ປຸ່ນ​ໄດ້​ເກີດ​ເຫດການ​ນິວ​ເຄລຍຮົ່ວ​ໄຫຼ ​ໂດຍທາງ​ການ​ກຳ​ອຳນາດ​ພັກ​ກົກ​ມິ​ນຕັງ​ໃນ​ຄາວ​ນັ້ນ ​ໄດ້​ພິຈາລະຈາ​ເຖິງ​ສຸຂະພາບ​ແລະ​ຊີວິດ​ຂອງ​ປະຊາຊົນ ​ໂດຍ​ຫ້າມ​ບໍ່​ໃຫ້​ນຳ​ເຂົ້າອາຫານ​ຈາກ 5 ​ແຂວງ​ທີ່​ປະສົບ​ໄພ​ນິວ​ເຄລຍຂອງ​ຍີ່ປຸ່ນ. ​ແຕ່ຫຼັງພັກ​ປະຊາທິປະ​ໄຕ​ກ້າວໜ້າ ​ຂຶ້ນກຳ​ອຳນາດ​ໃນ​ວັນ​ທີ 20 ພຶດສະພາ​ປີ​ນີ້, ​ທາງ​ການ​ໄດ້​ສະ​ເໜີ​ໃຫ້​ນຳ​ເຂົ້າອາຫານ​ຈາກ​ເຂດ​ປະສົບ​ໄພ​ນິວ​ເຄລຍຂອງ​ຍີ່ປຸ່ນ​ເປັນ​ສອງ​ໄລຍະ ​ແລະ​ຈາກ​ນີ້​ຈຶ່ງ​ເຮັດ​ໃຫ້​ປະ​ຊາ​ຊົນ​ຄັດຄ້ານ​ຢ່າງ​ຕໍ່​ເນື່ອງ.

    ທັງ​ນີ້​ຈາກຜົນ​ການສຳຫຼວດປະຊາ​ມະຕິ​ໃນ​ທ້າຍ​ເດືອນພະຈິກ​ຜ່ານ​ມາຊີ້​ໃຫ້​ເຫັນ​ວ່າ, ປະຊາຊົນ​ບໍ່​ສະໜັບສະໜູນ​ທ່ານ​ນາງ ​ໄຊ້ຢິ່ງ​ເວີນ ​ມີ​ອັດຕາສູງ​ກວ່າການ ​ສະໜັບສະໜູນ​ແລ້ວ ​ເຊິ່ງສະ​ແດງ​ໃຫ້​ເຫັນ​ວ່າ: ​ພຽງ​ແຕ່​ເຄິ່ງປີ​ຫຼັງການ​ກຳ​ອຳນາດ​ຂອງ​ທ່ານ ​ໄດ້​ຄ່ອຍໆກາຍ​ເປັນ​ຝ່າຍ​ກົງກັນຂ້າມ​ຂອງ​ປະຊາ​ມະຕິ​ສ່ວນຫຼາຍ​ໃນ​ນະ​ໂຍບາຍ​ໃຫຍ່​ຕ່າງໆ ​ເປັນຕົ້ນ ນະ​ໂຍບາຍ​ສອງ​ຝັ່ງ, ​ເສດຖະກິດ, ​ແຮງ​ງານ, ຄວາມ​ປອດ​ໄພ​ຂອງ​ອາຫານ ​ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ