ແຂວງ​ຢຸນນານ​ລົງ​ເລິກ​ການ​ແລກປ່ຽນ​ແລະ​ຮ່ວມ​ມື​ກັບ 4 ​ແຂວງ​ພາກ​ເໜືອ​ຫວຽດນາມ
2016-12-27 10:51:01  cri 

ກອງ​ປະຊຸມ​ການ​ຮ່ວມ​ມື​ຄັ້ງທີ 6 ຂອງ​ໜ່ວຍ​ວຽກ​ງານ​ປະສົມ​ແຂວງ​ຢຸນນານ ສປ ຈີນ ​ແລະ ສີ່​ແຂວງ​ພາກ​ເໜືອ​ ສສ ຫວຽດນາມ ​ໄດ້​ຈັດ​ຂຶ້ນຢູ່​ເມືອງ​ຄຸນ​ມິ​ງ ​ເທດສະບານ​ແຂວງ​ຢຸນນານ​ໃນ​ວັນ​ທີ 26 ທັນວາ​ນີ້ ​ໂດຍ​ຜູ້​ແທນ​ສອງ​ຝ່າຍ​ໄດ້​ຄົ້ນຄວ້າ​ແລະປຶກສາ​ຫາລື​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ການ​ຊຸກຍູ້​ການ​ພັດທະນາ​​​ເຂດຊາຍ​ແດນ​ຈີນ-ຫວຽດນາມ ຢ່າງ​ກົມກຽວ ທັງ​ໄດ້​ລົງ​ນາມ​ໃນ​ເອກະສານ​ແລະ​ບົດ​ບັນທຶກ​ການຮ່ວມ​ມື ​ເປັນຕົ້ນ ບົດ​ບັນທຶກ​ກອງ​ປະຊຸມ, ສັນຍາ​ຂອບ​ການ​ຮ່ວມ​ມື​ດ້ານ​ການ​ຊຳລະ​ດ້ວຍ​ເງິນ​ຢວນຂ້າມ​ຊາດ ​ແລະ​ອື່ນໆ.

ທ່ານ​ເສີນ​ຊຸ້ນ ຮອງ​ເຈົ້າ​ແຂວງ​ແຂວງ​ຢຸນນານ ຢືນຢັນ​ວ່າ: ນັບ​ແຕ່ການ​ສ້າງກົນ​ໄກ​ກອງ​ປະຊຸມ​ໜ່ວຍ​ວຽກ​ງານ​ປະສົມ​ແຂວງ​ຕົນ​ແລະ 4 ​ແຂວງ​ພາກ​ເໜືອ​ຫວຽດນາມຕະຫຼອດ​ໄລຍະ 10 ​ປີ​ເປັນຕົ້ນມາ ສາມາດ​ເສີມ​ຂະຫຍາຍ​ບົດບາດ​ສຳຄັນ​ເພື່ອ​ຮັກສາ​ສະຖຽນລະ​ພາບ​ເຂ​ດຊາຍ​ແດນ​ຈີນ-ຫວຽດນາມ, ຍົກ​ລະດັບ​ການ​ເຊື່ອມ​ຈອດ​ເຂດ​ຊາຍ​ແດນ​ສອງ​ປະ​ເທດ ​ແລະ ສ້າງ​ຮູບ​ການ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ.

​ເມື່ອ​ເດືອນ​ມິຖຸນາ​ປີ 2007, ​ບົນ​ພື້ນຖານ​ປະຕິບັດ​ຕາມຂອບ​ຄະນະ​ກຳມະການ​ຊີ້​ນຳ​ການ​ຮ່ວມ​ມື​ສອງ​ຝ່າຍ​ຈີນ-ຫວຽດນາມ, ​ແຂວງ​ຢຸນນານ​ແລະ 4 ​ແຂວງ​ພາກ​ເໜືອ​ຫວຽດນາມ ​ໄດ້​ສ້າງ​ກົນ​ໄກ​ກອງ​ປະຊຸມ​ໜ່ວຍ​ວຽກ​ງານ​ປະສົມ​ແຂວງ​ຢຸນນານ ສປ ຈີນ ​ແລະ ​ແຂວງ​ຮາ​ຢາງ, ​ລາວ​ກາຍ, ​ລາຍ​ເຈົ່າ ​ແລະ ​ແຂວງ​ດຽນບຽນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ