ຄົນ​ທຸກ​ຍາກ​ຢູ່​ຈີນຫຼຸດລົງ 790 ​ລ້ານ​ຄົນ​ແຕ່​ປີ 1981-2012
2016-12-27 17:02:07  cri 
ສະ​ຖາ​ບັນ​ວິທະຍາສາດ​ສັງຄົມ​ແຫ່ງ​ຊາດ​ຈີນ ​ແລະ ຫ້ອງການຫຼຸດຜ່ອນ​ຄວາມທຸກ​ຍາກ​ຂອງ​ລັດຖະບານ​ຈີນ ​ໄດ້​ຮ່ວມກັນເຜີຍ​ແຜ່ "ບົດ​ລາຍ​ງານ​ການ​ພັດທະນາ​​ແລະການຫຼຸດຜ່ອນ​ຄວາມທຸກ​ຍາກ​ຂອງ​ຈີນ​ປີ 2016" ​ໃນ​ວັນ​ທີ 27 ທັນວາ​ນີ້ ​ໂດຍ​ຊີ້​ໃຫ້​ເຫັນ​ວ່າ: ນັບ​ແຕ່​ປີ 1981-2012, ປະຊາກອນ​ຜູ້​ທຸກ​ຍາກ​ຂອງ​ຈີນ​ໄດ້ຫຼຸດລົງ 790 ລ້ານຄົນ ​ເຊິ່ງກວມ​ 71,82% ຂອງປະຊາກອນ​ຜູ້​ທຸກ​ຍາກທົ່ວ​ໂລກ​ທີ່ພົ້ນທຸກ. ຈາກ​ການ​ປະກອບສ່ວນ​ດັ່ງກ່າວຂອງ​ຈີນ, ດັດ​ຊະນີ​ການ​ພັດທະນາ​ມວນ​ມະນຸດ​ທົ່ວ​ໂລກ​ສາມາດບັນລຸ​ໃນ​ປີ 2014 ກ່ອນ​ກຳນົດ 2 ປີກວ່າ. ຈາກ​ນີ້ ຈີນຍັງ​ບັນລຸ​ການ​​ເຮັດໃຫ້​ອັດຕາ​ຂອງປະຊາກອນ​ທີ່​ມີ​ນ້ຳ​ສະອາດ​ໃຊ້​ເພີ່ມ​ຂຶ້ນຫຼາຍກວ່າ​ກຳນົດ 4,23 ຈຸດ​ແຕ່​ປີ 1990-2014 ​​ແລະ​ກວມ 45,6% ຂອງ​ປະຊາກອນ​ທີ່​ມີ​ນ້ຳ​ສະອາດ​ໃຊ້​ເພີ່ມ​ຂຶ້ນ​ໃໝ່​ໃນ​ທົ່ວ​ໂລກ​​ໃນ​ໄລຍະ​ດັ່ງກ່າວ ​ແລະຄວາມ​ພະຍາຍາມ​ຂອງ​ຈີນ​ໃນ​ການ​ຍົ​ກສູງ​ອາຍຸ​ຍືນຂອງ​ປະຊາກອນ ​ສາມາດເຮັດ​ໃຫ້ອາຍຸ​ຍືນສະ​ເລ່ຍ​ຂອງປະຊາກອນ​ໃນ​ທົ່ວ​ໂລກ​ເພີ່ມ​ຂຶ້ນ 1 ປີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ