ການ​ຮ່ວມ​ມື​ແມ່ນ​ທາງ​ເລືອ​ກທີ່​ຖືກ​ຕ້ອງ​ທາງ​ດຽວ​ລະຫວ່າງ​ຈີນ-ອາ​ເມ​ລິ​ກາ
2016-12-27 17:39:03  cri 
ຕາມ​ຂ່າວCRI: ​ໃນ​ພິທີ​ຖະ​ແຫຼ​ງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນວັນ​ທີ 26 ທັນວາ​ນີ້, ທ່ານນາງ ຮວ້າຊຸ່ນຢີງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ: ຈີນ​ແລະ​ອາ​ເມ​ລິ​ກາ​ໄດ້​ແບກ​ຫາບ​ໜ້າ​ທີ່ທີ່​ສຳຄັນ​ແລະ​ພິ​ເສດ​ໃນ​ການ​ປົກ​ປັກ​ຮັກສາ​ສັນຕິພາບ,ສະຖຽນ​ລະ​ພາບ ​ແລະ​ຊຸກຍູ້​ການ​ພັດທະນາ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ໂລກ​ແລະ​ດ້ານ​ອື່ນໆ ທັງມີ​ຜົນ​ປະ​ໂຫຍ​ດຮ່ວມ​ຢ່າງ​ກວ້າງຂວາງ. ຈາກ​ນີ້, ການ​ຮ່ວມ​ມື​ຈຶ່ງແມ່ນ​ທາງ​ເລືອກ​ທີ່​ຖືກຕ້ອງ​ທາງ​ດຽວ​ລະຫວ່າງ​ຈີນ-ອາ​ເມ​ລິ​ກາ.

ທ່ານ​ ສບິ​ກ​ເນຍ ກາ​ຈີ​ເມຍ​ສ໌ ບຣິສຈິນສກີ ອະດີດຜູ້​ຊ່ວຍວຽກ​ງານ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ຂອງ​ປະທານາທິບໍດີ​ອາ​ເມ​ລິ​ກາ​ກ່າວ​ຫວ່າງ​ມໍ່ໆ​ນີ້​ວ່າ: ການ​ຕໍ່ຕ້ານ​ຈີນ​ບໍ່​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດຂອງ​ອາ​ເມ​ລິ​ກາ,​ເຊິ່ງມີ​ພຽງ​ແຕ່​ຮັດ​ແໜ້ນ​ການ​ຮ່ວມ​ມື​ກັບ​ຈີນ​​ເທົ່າ​ນັ້ນ​ຈຶ່ງຈະ​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດຂອງ​ອາ​ເມ​ລິ​ກາ​ຫຼາຍ​ກວ່າ. ອາ​ເມ​ລິ​ກາ​ແລະ​ຈີນ​ລ້ວນ​ແຕ່​ບໍ່​ສາມາດ​ນຳພາ​ໂລກ​ຜູ້​ດຽວ, ມີ​ແຕ່​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ຈຶ່ງ​ຈະ​ສາມາດ​ເຮັດ​ໃຫ້​ອາ​ເມ​ລິ​ກາ​ມີ​ອິດ​ທິກຳລັງຫຼາຍ​ຂຶ້ນຢູ່​ໃນ​ໂລກ. ຕໍ່​ເລື່ອງ​ນີ້, ທ່ານ​ນາງ ຮວ້າຊຸ່ນຢີງ ກ່າວ​ວ່າ: ຈີນ​ແລະ​ອາ​ເມ​ລິ​ກາ​ຄວນ​ປະຕິບັດ​ຫຼັກການ​ບໍ່​ປະ​ທະ​ກັນ​​ແລະ​ບໍ່​ຕໍ່ຕ້ານ​ກັນ, ​ເຄົາລົບ​ເຊິ່ງກັນ​ແລະ​ກັນ, ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ​ເພີ່ມ​​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ,ສຸມ​​ໃສ່​ການ​ຮ່ວມ​ມື,​ແກ້​ໄຂ​ຄວາມ​ຂັດ​ແຍ້​ງກັນຢ່າງ​ເໝາະ​ສົມ,ຊຸກຍູ້​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ໄດ້​ຮັບ​ການ​ພັດທະນາ​ຫຼາຍກວ່າ​ເກົ່າ ​ເພື່ອ​ສ້າງ​ຄວາມ​ສົມບູນ​ພູນ​ສຸກ​ໃຫ້​ແກ່​ປະຊາຊົນ​​ສອງ​ປະ​ເທດ​ກໍ​ຄື​ຂອງ​ໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ