ປະຊາກອນຈີນທີ່ຫຼຸດພົ້ນອອກຈາກຄວາມທຸກຍາກໄດ້ກວມ 70% ຂອງທົ່ວໂລກໃນ 30 ປີຜ່ານມາ
2016-12-28 16:01:58 cri
ຕາມຂ່າວ CRI: ວັນທີ 27 ທັນວນີ້ ສະພາບັນດິດວິທະຍາສາດສັງຄົມຈີນ ແລະຫ້ອງການແກ້ໄຂຄວາມທຸກຍາກຂອງລັດຖະບານຈີນໄດ້ຮ່ວມກັນເຜີຍແຜ່ "ບົດລາຍງານແກ້ໄຂຄວາມທຸກຍາກ ແລະການພັດທະນາຂອງຈີນ 2016" ໂດຍຊີ້ໃຫ້ເຫັນວ່າ, ອີງຕາມມາດຖານຄວາມທຸກຍາກທີ່ສາມາດຊື້ສິນຄ້າໄດ້ 1,9 ໂດລາຕໍ່ມື້ທີ່ກຳນົດໂດຍທະນາຄານໂລກໃນປີ 2011ນັ້ນ , ແຕ່ປີ 1981-2012 ທົ່ວໂລກມີ 1 ຕື້ 100 ລ້ານຄົນຫຼຸດພົ້ນອອກຈາກຄວາມທຸກຍາກ, ໃນນັ້ນ ປະຊາກອນຈີນທີ່ຫຼຸດພົ້ນອອກຈາກຄວາມທຸກຍາກນັ້ນມີເຖິງ 790 ລ້ານຄົນ ເຊິ່ງກວມ 71,82% ຂອງທົ່ວໂລກ.
ບົດລາຍງານຍັງໄດ້ສະເໜີເປົ້າໝາຍການແກ້ໄຂຄວາມທຸກຍາກ ແລະການພັດທະນາຂອງຈີນໃນໄລຍະປະຕິບັດແຜນການພັດທະນາ 5 ປີຄັ້ງທີ 13 ຄື: ຮອດປີ 2020, ເຮັດໃຫ້ຂະໜາດການເຕີບໂຕດ້ານລາຍຮັບທີ່ໃຊ້ຈ່າຍໄດ້ຂອງຊາວກະສິກອນຢູ່ເຂດທຸກຍາກສູງກວ່າລະດັບສະເລ່ຍຂອງທົ່ວປະເທດ, ຂົງເຂດການບໍລິການສາທາລະນະພື້ນຖານຕ່າງໆມີມາດຖານມໍ່ກັບລະດັບສະເລ່ຍຂອງທົ່ວປະເທດ.