ຈີນ​ເດັດດ່ຽວ​ຄັດຄ້ານ​ອາ​ເມ​ລິ​ກາ​ແລະ​ໄຕ້​ຫວັນ​ທີ່​ພົວພັນ​ລະຫວ່າງ​ທາງ​ການ​ແລະ​ທາງ​ການ​ທະຫານ​ໃນ​ທຸກ​ຮູບ​ແບບ
2016-12-28 16:14:45  cri 

ທ່ານ​ອານ​ເຟິງຊານ ​ໂຄສົກ​ຫ້ອງການ​ວຽກ​ງານ​ໄຕ້​ຫວັນ​ຂອງ​ລັດຖະບານ​ຈີນ ​ໄດ້​ກ່າວ​ໃນ​ພິທີ​ຖະ​ແຫຼງຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 28 ທັນວາ​ນີ້​ວ່າ: ບັນຫາ​ໄຕ້​ຫວັນ​ໄດ້​ພົວພັນ​ເຖິງອຳນາດອະທິປະ​ໄຕ​ແລະ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນຂອງ​ຈີນ ​ແລະ​ກໍ​ແມ່ນ​ບັນຫາ​ທີ່​ສຳຄັນ​ແລະ​ອ່ອນ​ໄຫວ​ທີ່​ສຸດຕໍ່​ສາຍ​ພົວພັນ​ລະຫວ່າງ​ຈີນ-ອາ​ເມ​ລິ​ກາ. ​ແນວ​ໃດ​ກໍ​ດີ, ພວກ​ຂ້າພະ​ເຈົ້າ​ເດັດດ່ຽວ​ຄັດຄ້ານ​ອາ​ເມ​ລິ​ກາ​ແລະ​ໄຕ້​ຫວັນ​ທີ່ມີ​ການ​ພົວພັນ​ລະຫວ່າງທາງ​ການ​ແລະທາງ​ການ​ທະຫານ​ໃນ​ທຸກ​ຮູບ​ແບບ ທັງເດັດດ່ຽວ​ຄັດຄ້ານ​ອາ​ເມ​ລິ​ກາ​ຂາຍ​ອາວຸດ​ຍຸດ​ໂທ​ປະກອນ​ໃຫ້​ໄຕ້​ຫວັນ ​ເຊິ່ງນີ້​ແມ່ນຫຼັກໝັ້ນຂອງ​ຈີນ​ທີ່​ຈະ​ແຈ້ງ ​ແລະ ສະ​ເໝີ​ຕົ້ນສະ​ເໝີ​ປາຍ.

ທ່ານ​ອານ​ເຟິງຊານ ກ່າວ​ຕື່ມ​ວ່າ: ບັນຫາ​ໄຕ້​ຫວັນ​ໄດ້​ພົວພັນ​ເຖິງ​ອຳນາດ​ອະທິປະ​ໄຕ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ຈີນ ​ແລະ​ກໍ​ແມ່ນ​ບັນຫາ​ທີ່​ອ່ອນ​ໄຫວ ​ແລະ ສັບສົນ​ທີ່​ສຸດ​ຕໍ່​ສາຍ​ພົວພັນ​ລະຫວ່າງ​ຈີນ-ອາ​ເມ​ລິ​ກາ. ​ແນວ​ໃດ​ກໍ​ດີ, ພວກ​ຂ້າພະ​ເຈົ້າຫວັງ​ວ່າ ອາ​ເມ​ລິ​ກາ​ຈະ​ເຄົາລົບນະ​ໂຍບາຍ​ປະ​ເທດ​ດຽວ ​ແລະຫຼັກການ​ຂອງ​ຖະ​ແຫຼງການ​ຮ່ວມ 3 ສະບັບ​ລະຫວ່າງ​ຈີນ​ແລະ​ອາ​ເມ​ລິ​ກາ ພ້ອມ​ທັງ​​ລະມັດ​ລະວັງ​ໃນ​ການແກ້​ໄຂ​ບັນຫາ​ທີ່​ພົວພັນ​ເຖິງໄຕ້​ຫວັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ