ຄາດ​ວ່າປີ 2016 ວິ​ສາ​ຫະກິດອິນ​ເຕີ​ເນັດ​ຈີນຈະ​ສ້າງ​ລາຍ​ຮັບ​ໄດ້​ເຖິງ 1.240 ຕື້​ຢວນ
2016-12-29 11:16:03  cri 

ສະ​ຖາ​ບັນ​ຄົ້ນຄວ້າ​ຂໍ້​ມູນ​ຂ່າວສານ​ແລະ​ການ​ສື່ສານ​ຈີນ ຄາດ​ວ່າ ​ໃນ​ປີ 2016 ທີ່​ຈະ​ຜ່ານ​ໄປ​ນີ້, ວິ​ສາ​ຫະກິດ​ອິນ​ເຕີ​ເນັດ​ຈີນຈະ​ສາມາດ​ສ້າງ​ລາຍ​ຮັບ​ໄດ້​ເຖິງ 1.240 ຕື້​ຢວນສະກຸນ​ເງິນ​ຈີນ ​ແລະ ປີ 2017 ຈະ​ບັນລຸ​ເຖິງ 1.760 ຕື້​ຢວນ ​ເຊິ່ງ​ເປັນຈັງຫວະ​ການ​ເຕີບ​ໂຕທີ່​ສູງ​ເຖິງກວ່າ 40%.

ຂ່າວ​ແຈ້ງວ່າ, ຢູ່​ຈີນ ອິນ​ເຕີ​ເນັດ​ຍັງ​ຄົງ​ຮັກສາ​ຈັງຫວະ​ການ​ເຕີບ​ໂຕ​ສູງ​. ຂະນະ​ທີ່​ໃນ​ວິ​ສາ​ຫະກິດອິນ​ເຕີ​ເນັດ​ແຕ່​ທີ 1 ຫາ 10 ທີ່​ມີ​ມູນ​ຄ່າ​ສູງ​ສຸດ​ຂອງ​ໂລກ, ວິ​ສາ​ຫະກິດ​ຈີນມີ 4 ​ແຫ່ງ ຄື ອາລີ​ບາ​ບາ(Alibaba), ​ເທ​ນ​ເຊ​ນທ໌(Tencent), ບາຍ​ດູ(Baidu) ​ແລະ ​ເຈດີ(JD) ​ໂດຍ​ຢູ່​ໃນອັນ​ດັບ​ທີ 4, ທີ 5, ທີ 7 ​ແລະ ທີ 10, ຂະນະ​ທີ່​ແຕ່​ອັນ​ດັບ​ທີ 1 ຫາ 3 ​ເປັນ​ບໍລິສັດ​ຂອງ​ອາ​ເມ​ລິ​ກາທັງ​ໝົດ ​ ​ຄື ກູ​​ເກີນ, ​​ເຟສບຸກ ​ແລະ ອາມາ​ຊອນ.

ປັດຈຸບັນ, ວິ​ສາ​ຫະກິດ​ອິນ​ເຕີ​ເນັດ​ຈີນ​ພວມ​ເພີ່ມ​ທະວີ​ການ​ລົງທຶນ​ປະດິດ​ສ້າງ​ໃໝ່​ຢູ່​ຕ່າງປະ​ເທດ ​ໂດຍ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ​ແລະ ອາ​ເມ​ລິ​ກາ​ລາ​ຕິນ ​ຄື​ເປົ້າໝາຍ​ສຳຄັນ​ຂອງ​ວິ​ສາ​ຫະກິດ​ອິນ​ເຕີ​ເນັດ​ຈີນ​ໃນ​ການ​ເຈາະຕະຫຼາດທີ່​ພັດທະນາ​ຈະ​ເລີ​ນ​ໃໝ່ ​ແລະ​ຈະກະຈາຍທຶນ, ​ເຕັກນິກ ​ແລະ ບົດຮຽນ​ການ​ບໍລິຫານຂອງ​ບໍລິສັດ​ຕົນຕື່ມ​ອີກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ