ທ່ານ​ສີ​ຈິ້ນ​ຜີ​ງ​ໃຫ້​ຄຳ​ຊີ້​ແຈງສຳຄັນ​ຕໍ່​ການ​ສ້າງເຂດ​ທົດ​ລອງ​ການ​ຄ້າ​ເສລີ​ຊຽງ​ໄຮ
2016-12-31 13:55:57  cri 
ຫວ່າງ​ກ່ອນ​ນີ້​ບໍ່​ດົນ,​ທ່ານ​ສີ​ຈິ້ນ​ຜີ​ງ,​​ເລ​ຂາ​ທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ປະທານ​ປະ​ເທດ,ປະທານ​ຄະນະ​ກຳມະການ​ການ​ທະຫານ​ສູງ​ກາງ​ຈີນ​ໄດ້​ໃຫ້​ຄຳ​ຊີ້​ແຈງສຳຄັນ​ຕໍ່​ການ​ສ້າງ​ເຂດ​ທົດ​ລອງ​ການ​ຄ້າ​ເສລີ​ຊຽງ​ໄຮ ​ໂດຍ​ກ່າວ​ວ່າ, ການ​ສ້າງ​ເຂດ​ທົດ​ລອງ​ດັ່ງກ່າວ​ເປັນ​ມາດ​ຕະການ​ຍຸດ​ທະ​ສາດ​ທີ່​ສູນ​ກາງ​ພັກ​ແລະ​ຄະນະ​ລັດຖະບານວາງ​ອອກ​ພາຍ​ໃຕ້​ສະພາບ​ການ​ໃໝ່​ເພື່ອ​ລົງ​ເລິກ​ການ​ປະຕິ​ຮູບ​ແລະ​ເປີດ​ກວ້າງ​ການ​ເປີດ​ປະຕູ​ສູ່​ພາຍ​ນອກ​ຢ່າງຮອບດ້ານ. ຫວັງ​ວ່າ​ໂດຍ​ຢູ່​ບົນ​ພື້ນຖານ​​ແຫ່ງ​ການສະ​ຫຼຸບ​ແລະ​ປະ​ເມີນ​ຜົນ​ນັ້ນ, ຍຶດໝັ້ນ​ການ​ນຳພາ​ຂອງ5ທັດສະນະ​ການ​ພັດທະນາ, ກຳ​ແໜ້ນ​ຖານະ​ພື້ນຖານ,​​ເພີ່ມ​ທະວີ​ສະຕິ​ແບກ​ຫາບ​ພາລະ​ໜ້າ​ທີ່,​ສືບ​ຕໍ່​ປົດ​ປ່ອຍ​​ແນວ​ຄິດ,​ບຸກທະລຸ​ຢ່າງ​ກ້າ​ຫານ,​​ເສີມ​ຂະຫຍາ​ຍບົດບາດ​ແບບຢ່າງ​ທີ່​ດີ,​​ໂດຍ​ທຽບ​ກັບ​ມາດຕະຖານ​ສູງ​ສຸດ​ເພື່ອ​ຊອກ​ຄົ້ນ​ຂໍ້​ບົກ​ຜ່ອງ​ຂອງ​ຕົນ,​ຄົ້ນຄວ້າ​ເປົ້າ​ໝາຍ​ແລະ​ໜ້າ​ທີ່​​ສຳຄັນ​ໃນ​ໄລຍະ​ຕໍ່ໜ້າ,​ທົດ​ລອງ​ແລະ​ບຸກ​ເບີ​ກຢ່າງ​ກ້າຫານ​ແລະ​ປະຕິ​ຮູບ​ຢ່າງ​ເປັນ​ເຈົ້າ​ຕົນ​ເອງ, ພະຍາຍາມ​ໃຫ້​ໄດ້​ຮັບ​ໝາກຜົນ​ປະດິດ​ສ້າງ​ໃໝ່​ທີ່​ສາມາດ​ເຜີຍ​ແຜ່​ຢ່າງ​ກວ້າງຂວາງ,​ສ່ອງ​ແສງ​ເຖິງ​ບົດບາດ​ເຂດ​ທົດ​ລອງ​ໃນ​ການ​ລົງ​ເລິກການ​ປະຕິ​ຮູບ​ແລະ​ເປີດ​ກວ້າງ​ການ​​ເປີດ​ປະຕູ​ສູ່​ພາຍ​ນອກ​ຢ່າງຮອບດ້ານ​ຕື່ມ​ອີກ.

​​ນັບແຕ່​ເຂດ​ທົດ​ລອງ​ການ​ຄ້າ​ເສລີຊຽງ​ໄຮ​ໄດ້​ສ້າງ​ຕັ້ງ​ຂຶ້ນ3ປີ​ມາ​ນີ້,​​ໄດ້​ຖືການ​ສ້າງ​ເຂດ​ການ​ຄ້າ​ເສລີ​ໃນ​ລະດັບ​ສູງ​ສຸດ​ເປັນ​ເປົ້າ​ໝາຍ,​ຖື​ການ​ປະດິດສ້າງ​ລະບຽບ​ການ​ໃໝ່​ເປັນ​ໜ້າ​ທີ່​ແກນ​ກາງ, ຖື​ການ​ປ້ອງ​ກັນ​ຄວາມສ່ຽງ​ເປັນ​ເສັ້ນ​​ເຕືອນ​ໄພ​ທີ່​ສຳຄັນ,​​​ແລະໄດ້​ຮັບ​ໝາກຜົນ​ທີ່​ສຳຄັນ​ຫຼາຍ​ຢ່າງ, ​ເຊັ່ນ,​ລະບົບ​ລະບຽບ​ການ​ການ​ຄ້າ​ແລະ​ການ​ລົງທຶນ​ທີ່​ເຊື່ອມ​ໂຍງ​ກັບ​ລະບຽບ​ການ​ສາກົນ,​ລົງ​ເລິກ​ການ​​ເປີດ​ປະຕູ​ດ້ານ​ການ​ທະນາຄານ, ​ເລັ່ງລັດ​ຫັນປ່ຽນບົດບາດ​ຂອງ​ອົງການ​ປົກຄອງ,​ສ້າງ​ລະບຽບ​ການ​ໃໝ່​ດ້ານ​ເສດຖະກິດ​ແບບ​ເປີດ​ກວ້າງ,​​ແລະ​ອື່ນໆ, ​ເຊິ່ງ​ໄດ້​ກະຕຸກ​ພະລັງ​ຊີ​ວິດ​ຊີວາ​​ດ້ານ​ການ​ປະຕິ​ສ້າງ​ໃໝ່​ຂອງ​ຕະຫຼາດ,​​​ໃນ​ເຂດ​ທົດ​ລອງ​ມີ​ວິ​ສາ​ຫະກິດ​ທີ່​ລົງທະບຽນ​ໃໝ່4ໝື່ນ​ແຫ່ງ, ຫຼາຍ​ກວ່າ​ຍອດ​ຈຳນວນ​ຂອງ20ກວ່າ​ປີ​ກ່ອນ​ການ​ເປີດ​ປ້າຍ​ເຂດ​ທົດ​ລອງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ