ຈີນຈະ​ສົ່ງຍານອະ​ວະ​ກາດປະມານ 30 ຄັ້ງ​ໃນ​ປີ 2017
2017-01-03 16:33:46  cri 
ກຸ່ມ​ບໍລິສັດ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ການບິນ​ອະວະກາດ​ຈີນ​ໄດ້​ໃຫ້​ຮູ້​ໃນ​ວັນ​ທີ 3 ມັງກອນ​ນີ້​ ​ໂດຍ​ຈະສົ່ງຍານ​ອະວະກາດ​ປະມານ 30 ຄັ້ງຂຶ້ນ​ສູ່​ວົງ​ໂຄຈອນ​ໃນ​ປີ​ນີ້​ແລະ​ບັນລຸ​ຕາມ​ເປົ້າ​ກໍ​ຈະ​ເປັນ​ການ​ສ້າງ​ສະຖິຕິ​ໃໝ່​ໃນ​ຂະ​ແໜງ​ການ​ອະວະກາດ​ຂອງ​ຈີນ.

ກ່ອນ​ໜ້າ​ນີ້, ທ່ານ ຫວາງ​ຈ້າວ​ຢ້າວ ຫົວໜ້າ​ຫ້ອງການ​ວິສະວະກອນ​ການບິນ​ອະວະກາດ​ບັນທຸກ​ມະນຸດ​ຈີນ​ກ່າວ​ວ່າ: ຈະ​ສົ່ງ​ຍານ​ອະວະ​ກາດ​ຂົນ​ສົ່ງ​ສິນຄ້າ "ທ່ຽນ​ໂຈ່​ວ​ 1 " ລຳ​ທຳ​ອິດ​ຂອງ​ຈີນດ້ວຍ​ຈະ​ຫຼວດສົ່ງ​ຍານ "ຊາງ​ເຊິ່ງ​ 7 " ຂຶ້ນ​ສູ່​ອະວະກາດ​ໃນ 6 ​ເດືອນ​ຕົ້ນ​ປີ 2017 ​ເພື່ອ​ເຊື່ອມ​ຕໍ່​ກັບ​ຫ້ອງ​ທົດ​ລອງ​ອະວະກາດ​ທ່ຽນ​ກົ່ງ​ 2 ​ ​ເພື່ອ​ດຳ​ເນີນ​ການ​ທົດ​ລອງ​ຕ່າງໆ.

​ຂ່າວ​ແຈ້ງວ່າ,​ໃນ​ປີ 2016 ຈີນ​ໄດ້​ສົ່ງ​ຍານ​ອະວະກາດ 22 ຄັ້ງ ​ເຊິ່ງ​ເປັນ​ຄັ້ງທຳ​ອິດທີ່​ບັນລຸ​ຫຼາຍ​ກວ່າ 20 ຄັ້ງ​ແລະ​ເປັນ​ອັນ​ດັບ​ໜຶ່ງ​​​ຮ່ວມ​ກັບ​ອາ​ເມ​ລິ​ກາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ