ຕາມຂ່າວCRI: ທ່ານ ເກິງສວງ ໂຄສົກກະຊວງການຕ່າງປະເທດຈີນກ່າວໃນວັນທີ 3 ມັງກອນນີ້ວ່າ: ໂດຍຕອບສະໜອງຕາມຄຳເຊີນຂອງມາດາກັສກາ,ຊຳບີ,ຕັງຊານີ,ກົງໂກ ແລະ ນີເຊຣີ, ທ່ານ ຫວາງຢີ້ ລັດຖະມົນຕີກະຊວງການຕ່າງປະເທດຈີນຈະຢ້ຽມຢາມ 5 ປະເທດດັ່ງກ່າວຢ່າງເປັນທາງການແຕ່ວັນທີ 7 ຫາວັນທີ 12 ມັງກອນນີ້ ເຊິ່ງເປັນການຢ້ຽມຢາມຕ່າງປະເທດຄັ້ງທຳອິດຂອງທ່ານໃນປີ 2017.
ໃນພິທີຖະແຫຼງຂ່າວທີ່ຈັດຂຶ້ນໃນວັນດັ່ງກ່າວ, ທ່ານ ເກິງສວງ ກ່າວວ່າ: ແຕ່ລະປີ, ລັດຖະມົນຕີການຕ່າງປະເທດຈີນຈະເດີນທາງໄປຢ້ຽມຢາມອາຟຣິກາກ່ອນໃນການເລີ່ມຕົ້ນປີໃໝ່ ເຊິ່ງເປັນທຳນຽມປະຕິບັດມາເປັນເວລາ 20 ກວ່າປີແລ້ວ ກໍເປັນມູນເຊື້ອທີ່ດີງາມໃນວຽກງານການຕ່າງປະເທດຂອງຈີນ. ປີ 2016 ທີ່ຫາກໍຜ່ານມານັ້ນແມ່ນປີແຫ່ງການເລີ່ມຕົ້ນການຮ່ວມມືລະຫວ່າງຈີນ-ອາຟຣິກາໃນຍຸກໃໝ່ ໂດຍສອງຝ່າຍໄດ້ເຄື່ອນໄຫວຢ່າງຕັ້ງໜ້າຈັດຕັ້ງປະຕິບັດຜົນສຳເລັດຂອງກອງປະຊຸມສຸດຍອດໂຈຮານເນສເບີກຂອງເວທີປຶກສາຫາລືການຮ່ວມມືຈີນ-ອາຟຣິກາ ແລະ ໄດ້ຮັບຜົນສຳເລັດທີ່ສຳຄັນຢ່າງຫຼວງຫຼາຍ. ປີ 2017 ຈະເປັນປີແຫ່ງການຍົກລະດັບແລະຊຸກຍູ້ການຮ່ວມມືລະຫວ່າງຈີນ-ອາຟຣິກາຢ່າງຮອບດ້ານ.