ແຂວງ​ຢຸນນານ​​ສ້າງ​ຕັ້ງ​ສູນຂໍ້​ມູນ​ແພດສາດ​ພື້ນ​ເມືອງ​ຈີນ​ສອງ​ແຫ່ງ
2017-01-04 17:38:32  cri 
ວັນ​ທີ 3 ມັງກອນ​ນີ້, ສູນ​ຂໍ້​ມູນ​ແພດສາດ​ພື້ນ​​ເມືອງຈີນ​ແຂວງ​ຢຸນນານ, ສູນ​ຂໍ້​ມູນ​ແພດສາດ​ພື້ນ​ເມືອງ​ຈີນຂອງ​ສະ​ຖາ​ບັນ​ວິທະຍາສາດ​ແພດສາດ​ພື້ນ​ເມືອງ​ຈີນ​ສາຂາ​ຢຸນນານ​ໄດ້ສ້າງ​ຕັ້ງຂຶ້ນ​ຢູ່​ສະ​ຖາ​ບັນ​ແພດສາດ​ພື້ນ​ເມືອງ​ຈີນ​ແຂວງຢຸນນານ ​ເຊິ່ງສອງ​ສູນ​ດັ່ງກ່າວ​ຈະ​​ເນັ້ນ​ການ​ພັດທະນາ​ຮ່ວມ​ໃນ​ຂົງ​ເຂດ​ແພດສາດ​ພື້ນ​ເມືອງ​ຈີນ​ຂອງ​ແຂວງ​ຢຸນນານ ​ເພື່ອ​ກາຍ​ເປັນ​ສູນລວມທົ່ວ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ແລະ​ອາຊີ​ໃຕ້.

ແຂວງ​ຢຸນນານ​ຕັ້ງ​ຢູ່ໃກ້​​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ແລະ​ອາຊີ​ໃຕ້,​ເປັນ​ໜຶ່ງ​ໃນ​ເຂດລວມສູນ​ທີ່ມີ​ຊີວະ​ນາໆ​ພັນຢ່າງ​ອຸດົມສົມບູນຂອງ​ໂລກ ​ໂດຍ​ໃນ​ຊຸມ​ປີຜ່ານມາ, ​​ແຂວງ​ດັ່ງກ່າວ​ໄດ້ນຳໃຊ້​ທ່າ​ແຮງ​ດ້ານ​ພູ​ມສັນຖານ ເພີ່ມ​ທະວີ​ການ​ແລກປ່ຽນ​ກັບ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ແລະ​ອາຊີ​ໃຕ້​ຢ່າງ​ຕັ້ງໜ້າດ້ວຍ​ການຈັດ "ກອງ​ປະຊຸມ​ແລກປ່ຽນ​ແພດສາດ​ພື້ນ​ເມືອງ​ຂອງ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ"​ແລະ​​ອື່ນໆ ສົ່ງ​ຜົນ​ເຮັດ​ໃຫ້ສາມາດຍົກ​​ອິດ​ທິພົນຂອງ​ແພດສາດ​ພື້ນ​ເມືອງ​ຈີນ​ຢູ່​ປະ​ເທດ​ອ້ອມ​ຂ້າງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ