ຈີນປະຕິບັດຜັງຂະບວນລົດໄຟສະບັບໃໝ່ຈີນຈະປະຕິບັດຜັງຂະບວນລົດໄຟສະບັບໃໝ່ເລີ່ມແຕ່ວັນທີ 5 ມັງກອນນີ້ເປັນຕົ້ນໄປໂດຍເປີດບໍລິການລົດໄຟໂດຍສານໃໝ່ 270 ຂະບວນ. ຫຼັງປັບປຸງຜັງຂະບວນລົດໄຟດັ່ງກ່າວຈະເຮັດໃຫ້ຍອດຂະບວນລົດໄຟໂດຍສານທີ່ເປີດບໍລິການໃນທົ່ວປະເທດບັນລຸເຖິງ 7141 ຂະບວນ, ໃນນີ້ ລົດໄຟຄວາມໄວສູງ 4665 ຂະບວນ.