ຈີນ​ສະໜັບສະໜູນ​ຟີ​ລິບ​ປິນ​ເປັນ​ປະ​ເທດ​ປະທານ​ໝູນວຽນ​ອາ​ຊຽນ​
2017-01-05 17:15:37  cri 
ວັນ​ທີ 4 ມັງກອນ​ນີ້, ທ່ານ ​ເກິ​ງສວງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ໃນ​ພິທີ​ຖະ​ແຫຼ​ງຂ່າວວ່າ: ປີ 2017, ຟີ​ລິບ​ປິນຈະ​ເລີ່​ມປະຕິ​ບັດ​ໜ້າ​ທີ່​ເປັນ​ປະ​ເທດ​ປະທານໝູນວຽນ​ອາ​ຊຽນ ​ເຊິ່ງຈີນກໍ​ຈະ​ສະໜັບສະໜູນ​ການ​ເປັນ​ປະ​ເທດ​ປະທານ​ໝູນວຽນ​ຢ່າງ​ດີ ຫວັງຊຸກຍູ້​ການ​ພົວພັນ​ລະຫວ່າງ​ຈີນ-ອາ​ຊຽນ​ໃຫ້​ກ້າວ​ຂຶ້ນ​ສູ່​ລະດັບໃໝ່.

ທ່ານ ​ເກິ​ງສວງ ກ່າວ​ວ່າ: ລັດຖະບານ​ຈີນ​ໄດ້​ຖື​ອາ​ຊຽນ​ເປັນບຸລິ​ມະ​ສິດທາ​ງການ​ທູ​ດ​ແລະ​ໃນ​ໂອກາດ​ທີ່ ປີ​ນີ້​ແມ່ນ​ປີ​ແຫ່ງ​ການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ​ລະຫວ່າງ​ຈີນ-ອາ​ຊຽນ​ ​ແລະ ປີ​​ແຫ່ງ​ການ​ສ້າງ​ຕັ້ງ​ອາ​ຊຽນຄົບຮອບ 50 ປີ, ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ​ໄດ້​ພົບໂອກາດ​ໃນ​ການຍົກລະດັບແລະຄຸນນະພາບ​ໂດຍຈີນ​ຍິນ​ດີ​ຮ່ວມ​ກັບ​ອາຊຽນ ​ເພີ່ມ​ທະວີ​ການ​ແລກປ່ຽນ​ດ້ານ​ນະ​ໂຍບາຍ​,ການ​ເຊື່ອມ​ຕໍ່​ທາງ​ຍຸດ​ທະ​ສາດ ​ແລະ ການ​ຮ່ວມ​ມື​ທີ່​ແທ້​ຈິງຕື່ມ​ອີກ, ລົງ​ເລິກ​ການ​ຮ່ວມ​ມືຢ່າງຮອບດ້ານ​ທັງດ້ານ​ເສດຖະກິດ-ການ​ຄ້າ,ການ​ເຊື່ອມ​ຈອດ​ກັນ​ ​ແລະ ຄວາມ​ສາມາດ​ດ້ານ​ການ​ຜະລິດ​​​ເປັນ​ຕົ້ນ, ຈັດ​ຕັ້ງ​ປະຕິບັດ​ແຜນການ​ເຄື່ອນ​ໄຫວ 5 ປີ ສະບັບ​ທີ 3 ​ໃຫ້​ດີ, ຊຸກຍູ້​ການ​ຍົກ​ລະດັບ​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນ​ໃຫ້​ໄດ້​ຮັບ​ການຈັດ​ຕັ້ງ​ປະຕິບັດ​ແລະ​ໄດ້​ຮັບໝາກຜົນ​​ດີ. ຂະນະ​ດຽວ​ກັນ, ກໍ​ຈັດ​ຕັ້ງປີ​ແຫ່ງ​ການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ​ໃຫ້​ດີ,ສ້າງ​ເສົາ​ຄ້ຳ​ໃໝ່​ແຫ່ງ​ການ​ຮ່ວມ​ມື​ດ້ານ​ວັດທະນະທຳ​ ​ເພື່ອ​ເພີ່ມ​ພະລັງ​ແຮງ​ໃໝ່​​ໃນ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ