ເປີດ​ເຜີຍ​ລະບົບ​ປົກ​ປ້ອງ​​ເຄື່ອງ​ປະຕິ​ກອນ​ໂຮງ​ໄຟຟ້າ​ນິວ​ເຄລຍລະ​ບົບທຳ​ອິດ​ຂອງ​ໂລກທີ່​ໄດ້​ຮັບ​ໃບ​ອະ​ນຸຍາດ​ຈາກ​ຈີນ​ແລະ​ອາ​ເມ​ລິ​ກາ
2017-01-06 10:26:12  cri 
ກຸ່ມ​ບໍລິສັດ​ລົງທຶນ​ພະລັງງານ​ໄຟຟ້າ​​​​ແຫ່ງ​ຊາດຈີນຖະ​ແຫຼ​ງ​ໃນ​ວັນ​ທີ 5 ມັງກອນ​ນີ້​ວ່າ: ບໍລິສັດ​ໂຄງການ​ລະບົບ​ອຸປະກອນ​ອັດຕະ​ໂນ​ມັດ​​ໄຟຟ້າ​ນິວ​ເຄລຍ​​ແຫ່ງ​ຊາດ​ຈຳກັດ​ທີ່​ຂຶ້ນ​ກັບ​ກຸ່ມ​ຕົນ​ແລະ​ບໍລິສັດLockheed Martin ອາ​ເມ​ລິ​ກາ​ໄດ້​ຮ່ວມ​ມື​ພັດທະນາ​ລະບົບ​ຄວບ​ຄຸມ​ອຸປະກອນ​ດີ​ຈີ​ຕອນ​ຮັກສາ​ຄວາມ​ປອດ​ໄພ​ (​ເຄື່ອງໝາຍ​ສິນຄ້າ​ລົງທະບຽນ​ຄື UnPAC) ​ເຊິ່ງ​ໄດ້​ຜ່ານ​ການ​ອະນຸມັດ​ຈາກອົງການ​ຄວາມ​ປອດ​ໄພ​ໄຟ​ຟ້າ​ນິວ​ເຄລຍ​ແຫ່ງ​ຊາດ​ຈີນ​ແລະ​ຄະນະ​ກຳມະການ​ຄຸ້ມ​ຄອງ​ນິວ​ເຄລຍອາ​ເມ​ລິ​ກາ ​ແລະ​ກາຍ​ເປັນ​ລະບົບ​ປົກ​ປ້ອງ​​ເຄື່ອງປະຕິ​ກອນ​ໂຮງ​ໄຟຟ້າ​ນິວ​ເຄລຍທີ່​ໄດ້​ຮັບ​ໃບ​ອະນຸຍາດ​ທັງ​ຂອງ​ຈີນ​ແລະ​ອາ​ເມ​ລິ​ກາລະ​ບົບທຳ​ອິດ​ໃນ​ໂລກ.

ຂ່າວ​ແຈ້ງວ່າ: ລະບົບ UnPAC ນອກຈາກ​ໃຊ້​​​​ໃນ​ການປົກ​ປ້ອງ​ຄວາມ​ປອດ​ໄພ​ຂອງ​ໝວດຈັກ​ຜະລິດ​ໄຟຟ້າ​ນິວ​ເຄລຍປະ​ເພດ​ເຄື່ອງ​ປະຕິ​ກອນ​ ​ແລະ​ອຸປະກອນ​ແມ່​ແຮງ​ນິວ​ເຄລຍພົນລະ​ເຮືອນ​ທຸກ​ປະ​ເພດ​ແລ້ວ, ຍັງ​ສາມາດ​​ໃຊ້​ເຂົ້າ​ໃນ​ຂົງ​ເຂດ​ຄວບ​ຄຸມ​ອຸປະກອນ​ອຸດສາຫະກຳ​ທັນສະໄໝທີ່ໜ້າ​ເຊື່ອ​ຖື​ແລະມີຄວາມປອດໄພສູງ. ຂະນະ​ທີ່​ກຸ່ມ​ບໍລິສັດ​ລົງທຶນພະລັງງານໄຟຟ້າ​ແຫ່ງ​ຊາດ​ຈີນ​ຢືນຢັນ​ວ່າ ລະບົບ UnPAC ລະບົບ​ທຳ​ອິດ​ຈະ​ໃຊ້​ເຂົ້າ​ໃນ​ໂຄງການ​ໂຮງ​ໄຟຟ້າ​​ໂຕ​ແບບCAP1400ຢົງ​ເສິງ​​ແຂວງ​ຊ່ານ​ຕຸ່ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ