ທ່ານຣາຟຊານ​ຈາ​ນີ ອະດີດ​ປະທານາທິບໍດີ​ອີຣານ​ເຖິງ​ແກ່​ມໍລະນະ​ກຳ
2017-01-09 16:43:53  cri 

ສື່​ມວນ​ຊົນ​ອີຣານລາຍ​ງານ​ວ່າ: ທ່ານ​ອັກ​ບາ ຮາ​ເຊ​ມີ ຣາຟຊານ​ຈາ​ນີ ອະດີດ​ປະທານາທິບໍດີ​ອີຣານ​ໄດ້​ເຖິງ​ແກ່​ມໍລະນະ​ກຳ​ຍ້ອນ​ເຈັບ​ປ່ອຍ​ຢູ່​ນະຄອນຫຼວງ​ເຕ​ເຮ​ຣານ​ໃນ​ວັນ​ທີ 8 ມັງກອນ​ນີ້,ລວມອາຍຸ​ໄດ້ 82 ປີ.

ທ່ານຣາຟາ​ຊານ​ຈາ​ນີ​ເປັນ​ໜຶ່ງ​ໃນ​ບັນດາ​ບຸກຄົນ​ທີ່​ມີ​ບົດບາດ​ສູງ​ສຸດ​​ໃນເວທີ​ການ​ເມືອງ​ອີຣານ. ທ່ານ​ເກີດ​ເມື່ອ​ເດືອນ​ສິງຫາ​ປີ 1934 ຢູ່​ແຂວງ​ເຄີ​ມານ ປະ​ເທດ​ອີຣານ. ​ໃນ​​ຍາມໜຸ່ມ​,ທ່ານ​ໄດ້​​ເຄື່ອນ​ໄຫວ​ຕິດຕາມທ່ານ​ໂຮ​ເມ​ນີ ຜູ້ນຳສູງ​ສຸດ​ແລະ​ຜູ້ນຳ​ປະຕິວັດ​ອິສລາມ​ອີຣານ. ທ່ານຣາຟຊານ​ຈາ​ນີດຳລົງ​ຕຳ​ແໜ່​ງ​ປະທານາທິບໍດີ​ອີຣານ​ແຕ່​ປີ 1989 ຫາ​ປີ 1997 ​ແລະ​ປີ 2007, ທ່ານ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະທານ​ສະພາ​ຊ່ຽວຊານ​ອີຣານ.

1 2 3 4 5
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ