ຍີ່​ປຸ່ນຄວນທົບ​ທວນຄືນ​ໂທດ​ກຳ​ໃນ​ສະ​ໄໝ​ສົງຄາມ​ໂລກ​ຢ່າງ​ຈິງ​ຈັງ
2017-01-10 10:50:48  cri 
ທ່ານລູຄ່າງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນຢືນຢັນ​ໃນການ​ຖະ​ແຫຼງຂ່າວ​ຂອງ​ກະຊວງ​ຕົນ​ໃນ​ວັນ​ທີ 9 ມັງກອນ​ນີ້​ວ່າ: ຫຼາຍ​ມື້​ຜ່ານ​ມາ, ຄະນະ​ຈັດ​ຕັ້ງ​ປະຊາຊົນ​ ສ ​ເກົາຫຼີ​ໄດ້​ຕັ້ງ​ຮູບ​ປັ້ນ "ນາງ​ບຳ​ເລີ"ຢູ່​ໜ້າ​ປະຕູ​ສະຖານ​ກົງສຸນ​ໃຫຍ່​ຍີ່ປຸ່ນ​ປະຈຳ​ເມືອງບູຊາ​ນ ​ເຊິ່ງ​ເຮັດ​ໃຫ້​ຂໍ້​ຂັດ​ແຍ້​ງທາງການທູດລະຫວ່າງ​ຍີ່ປຸ່ນ-ສ ​ເກົາຫຼີ​ຮຸນ​ແຮງ​ຂຶ້ນໂດຍຈີນ​ໄດ້​ເອົາ​ໃຈ​ໃສ່ຕໍ່​ການ​ຜັນ​ແປ​ຂອງ​ສະຖານະ​ການດັ່ງກ່າວ. ​ຄວາມ​ຈິງ ມັນ​ເປັນ​ຂໍ້​ຂັດ​ແຍ້​ງລະຫວ່າງ​ສອງ​ປະ​ເທດ​ດັ່ງ​ກ່າວ, ​ແຕ່​ບັນຫາ "ນາງ​ບຳ​​ເລີ"​ເປັນ​ອາ​ຊະ​ຍາ​ກຳທີ່​ໄຮ້ມະນຸດສະທຳ​ຢ່າງ​ໜັກໜ່ວງ​ທີ່​ກຸ່ມ​ລັດທິ​ຂຸນ​ເສິກ​ຍີ່ປຸ່ນ​ສ້າງ​ຂຶ້ນ​ຢູ່ຫຼາຍ​ປະ​ເທດ​ໃນ​ໄລຍະ​ສົງຄາມ​ໂລກ​ຄັ້ງ​ທີ​ສອງ.ຈາກນີ້,ຈີນຈິ່ງ​ເຫັນ​ວ່າ ຍີ່ປຸ່ນຈຳ​ເປັນ​ຕ້ອງໄດ້ທົບ​ທວນຄືນ​ຢ່າງ​ຈິງ​ຈັງ ຫາກ​ບໍ່​ແມ່ນຫຼົບ​ຫຼີກ​ບັນຫາ.

ທ່ານ​ລູຄ່າງ​ຢືນຢັນ​ວ່າ ເມື່ອຜູ້ນຳ​ຍີ່ປຸ່ນ​ເດີນທາງ​ໄປ​ໄວ້ອາ​ໄລ​ດວງ​ວິນ​ຍານ​ຜູ້​ເສຍ​ຊີວິດຢູ່ທ່າ​ກຳ​ປັ່ນ ​Pearl ​ໃນ​ໄລຍະ​ສົງຄາມ​ໂລກ​ຄັ້ງ​ທີ​ສອງໄດ້ ​ແຕ່​ເປັນຫຍັງຕໍ່ປະ​ເທດ​ໃກ້​ຄຽງ​ໃນ​ອາຊີ​ທີ່​ໄດ້​ຮັບ​ຜົນ​ເສຍ​ຫາຍ​ໜັກໜ່ວງ​ທີ່​ສຸດ​ຈາກ​ລັດທິ​ຂຸນ​ເສິກ​ຍີ່ປຸ່ນພັດເມີນເສີຍ ​ໂດຍ​ສະ​ເພາະ​ນັກ​ການ​ເມືອງ​ສຳຄັນ​ຍີ່ປຸ່ນ​ຫຼັງ​ກັບ​ມາ​ຈາກ​ທ່າ​ກຳ​ປັ່ນ ​Pearl ​ແລ້ວກໍ​ເດີນທາງ​ໄປ​​ເຄົາລົບ​ຫໍ​ໄຫວ້​ຢາ​ຊືຄຸ​ນິເພື່ອກາບໄຫວ້​ອາ​ຊະ​ຍາ​ກຳ​ສົງຄາມ​ຊັ້ນ​ໜຶ່ງໂດຍ​ກົງ​ເລີຍ ​ເຊິ່ງການ​ປະພຶດ​ຂອງ​ຜູ້ນຳ​ຍີ່ປຸ່ນ​ທີ່ບໍ່ທົບທວນຄືນ​ບັນຫາ​ປະຫວັດສາດ​ຄື​ແນວ​ນີ້ເປັນເລື່ອງຍາກ​ທີ່​ຈະ​ເຮັດ​ໃຫ້​ຊາວ​ໂລກ​ຮູ້ສຶກ​ເຖິງ​ຄວາມ​ຈິງ​ໃຈ,ຄວາມ​ໜ້າເຊື່ອ​ຖື​ແລະຄວາມ​ຊື່ສັດ​ຂອງ​ຍີ່ປຸ່ນ​ໄດ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ