ຈີນປະສົບ​ຜົນສຳ​ເລັດ​ໃນ​ການ​ຜະລິດ​ບູກບີ່ບິ​ກ​ເອງ
2017-01-12 10:58:25  cri 
ກຸ່ມ​ບໍລິສັດ​ເຫຼັກ​ກ້າ​​ໄທ້​ຢວນຈີນ​​ໄດ້ຖະ​ແຫຼງຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 10 ມັງກອນ​ນີ້​ວ່າ ຫຼັງ​ພະຍາ​ຍາມ​ມາ​ເປັນ​​ເວລາ 5 ປີ, ວັດ​ສະ​ດຸ​ສະ​ແຕນ​ເ​ລດສຳລັບ​ໃຊ້​ໃນ​ການ​ຜະລິດ​ລູກ​ບີ່ບິ​ກທີ່​ຄົ້ນຄວ້າ​ຜະລິດ​ເອງ​ນັ້ນ​ໄດ້​ຮັບ​ການ​ຍອມຮັບ​ຈາກ​ໂຮງງານທີ່​ມີ​ຊື່​ສຽງ​ພາຍ​ໃນ​ປະ​ເທດ​ໂດຍ​ການ​ນຳ​ໄປ​ຜະລິດ​ບິ​ກ​​ເມື່ອ​ມໍ່ໆ​ນີ້​ດ້ວຍ​ຄຸນ​ນະພາ​ບສູງແລະ​ມີ​ມາດຕະຖານ​ເທົ່າ​ທຽມ​ກັບ​ຜະລິດ​ຕະພັນຂອງ​ສາກົນ.​ ປັດຈຸບັນ,ວັດ​ສະດຸ​ດັ່ງກ່າວ​ສາມາດ​ຜະລິດ​​ໃນ​ປະລິມານຫຼວງ​ຫຼາຍ​ແລະສາມາດ​ຢຸດ​ການນຳ​ເຂົ້າ​ເທື່ອ​ລະ​ກ້າວ​ນັ້ນໄດ້​ແລ້ວ.

ຈີນ​ເປັນ​ປະ​ເທດຜູ້​ຜະລິດບິ​ກສຳຄັນ​ໃນ​ໂລກ ​​ໂດຍ​ມີ300ກວ່າ​ຫົວໜ່ວຍ​ທຸລະ​ກິດ​ຜະລິດ​ບິ​ກ ແລະ​ຜູ້​ປະກອບ​ການ 2 ​ແສນ​ກວ່າ​ຄົນ​ເຊິ່ງ​ແຕ່ລະ​ປີສາມາດ​ຜະລິດ​ບິ​ກ​ໄດ້ຫຼາຍ​ເຖິງ 40 ຕື້​ກ້ານ​. ​ແຕ່​ແນວ​ໃດ​ກໍ​ດີ​ສຳລັບ​ເຕັກນິກການ​ຜະລິດ​ລູກ​ບີ່​ບິ​ກພ້ອມ​ດ້ວຍ​ອຸປະກອນ​ຜະລິດ​ບູກບີ່ບິ​ກນັ້ນ​ຕ້ອງ​ໄດ້​ນຳ​ເຂົ້າຢ່າງ​ຕໍ່​ເນື່ອງ. ຈາກ​ນີ້​ຈິ່ງ​ເຫັນ​ວ່າ ການ​ທີ່​ຈີນ​ປະສົບ​ຜົນສຳ​ເລັດ​ໃນ​ການ​ເປັນ​ເຈົ້າຄົ້ນຄວ້າ​ຜະລິດລູກ​ບີ່ບິ​ກດ້ວຍຕົນ​ເອງ​ນັ້ນຖື​ວ່າເປັນ​ການ​ບຸກທະລຸຢ່າງ​ເຖິງ​ຖອງ​ທີ່​ສຸດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ