ການ​ເຈລະຈາ​ກ່ຽວ​ກັບ​ເຂດ​ການ​ຄ້າ​ເສລີ​ຈີນ ຍີ່ປຸ່ນ​ແລະ ສ.​ເກົາຫຼີ ເທື່ອທີ 11 ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ປັກ​ກິ່ງ
2017-01-12 11:38:02  cri 
ກະຊວງ​ການ​ຄ້າ​ຈີນ​ໃຫ້​ຮູ້​ວ່າ:ການ​ເຈລະຈາ​ກ່ຽວ​ກັບ​ເຂດ​ການ​ຄ້າ​ເສລີ​ຈີນ ຍີ່ປຸ່ນ​ແລະ ​ສ.​ເກົາຫຼີ ເທື່ອ​ທີ 11 ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 11 ມັງກອນ​ນີ້ ​ໂດຍຈະ​ແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບການ​ຄ້າ​ສິນຄ້າ, ການ​ຄ້າການ​ບໍລິການ​,ການ​ລົງທຶນ​ແລະ​ຫົວ​ຂໍ້​ທີ່​ສຳຄັນ​ອື່ນໆອີກ​ຈຳນວນ​ໜຶ່ງ.

​ການ​ເຈລະຈາ​ກ່ຽວ​ກັບ​ເຂດ​ການ​ຄ້າ​ເສລີ​ຈີນ,ຍີ່ປຸ່ນ​ແລະ ສ.​ເກົາຫຼີ ​ໄດ້​ເລີ່​ມຂຶ້ນໃນ​ເດືອນ​ພະຈິກ​ປີ​ 2012 ​ໂດຍ​ໃນປັດຈຸບັນ​ເປັນ​ເທື່ອທີ 11 ​ແລ້ວ. ທັງ​ສາມ​ຝ່າຍ​ລ້ວນ​ແຕ່​ເຫັນ​ວ່າ, ການ​ສ້າງ​ເຂດ​ການ​ຄ້າ​ເສລີ​ຈີນ,ຍີ່ປຸ່ນ​ແລະ ສ.​ເກົາຫຼີ ມີ​ຜົນ​ດີ​ຕໍ່ການ​ເສີມ​ຂະຫຍາຍ​ບົດບາດ​ທີ່​ມີ​ລັກສະນະ​ຊ່ວຍ​ຊູ​ຍູ້​ໜູນ​ກັນ​ລະຫວ່າງ​ອຸດສາຫະກຳສາມ​ປະ​ເທດຢ່າງ​ເຕັມ​ສ່ວນ ທັງ​ເປັນ​ການພັດທະນາ​ແລະ​ຍົກ​ລະດັບ​ຄວາມ​ສາມາດ​ດ້ານ​ການ​ຄ້າ​ແລະ​ການ​ລົງທຶນ​ຂອງ​ສາມ​ປະ​ເທດ, ຊຸກຍູ້​ການ​ເຊື່ອມ​​ໂຍງ​ຄຸນຄ່າເຂົ້າກັນ​​ໃນພາກ​ພື້ນ​ຕື່ມ​ອີກ ທັງສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດຂອງ​ສາມ​ປະ​ເທດ ​ແລະ​ເປັນ​ຜົນ​ດີ​ຕໍ່​ການ​ພັດທະນາ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ພາກ​ພື້ນ​ນີ້.

​ໃນ​​ເດືອນ​ພະຈິກ​ປີ 2015, ຜູ້ນຳ​ສາມ​ປະ​ເທດ​ໄດ້​ອອກ​ຖະ​ແຫຼ​ງການ​ຮ່ວມ ​ໂດຍ​ໄດ້​ຢ້ຳຈະ​ພະຍາຍາມ​ເລັ່ງ​​ການ​ເຈລະຈາ​ກ່ຽວ​ກັບ​ເຂດ​ການ​ຄ້າ​ເສລີ​ສາມ​ປະ​ເທດ​​ໃຫ້​ໄວຕື່ມ​ອີກ ​ເພື່ອ​ບັນລຸ​ການ​ເຊັນ​ສັນຍາ​ເຂດ​ການ​ຄ້າ​ເສລີ​ຢ່າງ​ຮອບດ້ານ,​ລະດັບ​ສູງ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ