ຈີນ​ຈະ​ພະຍາຍ​າມ​ເຮັດ​ໃຫ້​ຮ່າງ​ຂອບ "ກົດ​ແຫ່ງ​ການ​ປະພຶດ​ຢູ່​ທະ​ເລ​ຈີນ​ໃຕ້" ​ສຳ​ເລັດໃນ 6 ​ເດືອນຕົ້ນປີ​ນີ້
2017-01-12 16:23:09  cri 
    ຕາມ​ຂ່າວສານ​ຈີນ: ທ່ານ ລິວ​ເຈີ້ນ​ມິນ ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ກ່າ​ວຢູ່​ນະຄອນຫຼວງປັກ​ກິ່ງ​ໃນ​ວັນ​ທີ 11 ມັງກອນນີ້​ວ່າ, ນັບ​ແຕ່​ຈີນ​​ແລະ​ປະ​ເທດ​ໃນ​ອາ​ຊຽນລົງ​ນາມ​ໃນ "ຖະ​ແຫຼງການ​ແຫ່ງ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຈີນ​ໃຕ້" ​ເມື່ອ​ປີ 2002 ​ເປັນຕົ້ນມາ, ຝ່າຍ​ຕ່າງໆ ​ໄດ້​ພະຍາຍາມ​ຈັດຕັ້ງປະຕິບັດ​ຖະ​ແຫຼງການ​ດັ່ງກ່າວ​ຕະຫຼອດມາ ​ແລະປັດຈຸບັນ, ການ​ປຶກສາ​ຫາລື "ກົດ​ແຫ່ງ​ການ​ປະພຶດ​ຢູ່​ທະ​ເລ​ຈີນ​ໃຕ້" ​ໄດ້​ເຂົ້າ​ສູ່​ໄລຍະ​ທີ່​ສຳຄັນ​ທີ່​ສຸດ ​ເຊິ່ງ​ໃນຫຼາຍ​ເດືອນ​ຕໍ່ໜ້າ, ຈີນ​ຈະ​ສືບ​ຕໍ່​ພະຍາຍາມ​ເຮັດ​ວຽກ​ງານ​ນີ້​ ​ແລະ​ພະຍາຍາມ​​ເຮັດ​ໃຫ້ "ຮ່າງ​ຂອບ​ຂອງ​ກົດ​ດັ່ງກ່າວສຳ​ເລັດ​ໃນ 6 ​ເດືອນ​ຕົ້ນປີ​ນີ້.

    ໃນ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ-​ປະ​ເທດ​ໃນ​ອາ​ຊຽນທີ່​ຈັດ​ຂຶ້ນ​​ເມື່ອ​ເດືອນ​ກໍລະກົດ​ປີຜ່ານມາ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ​ໄດ້​ສະ​ເໜີ​ວິ​ໄສ​ທັດ 4 ຂໍ້​ກ່ຽວ​ກັບ​ການ​ລົງ​ເລິກ​ການ​ຮ່ວມ​ມື​ກັບປະ​ເທດ​ໃນ​ອາ​ຊຽນ​ຕໍ່​ບັນຫາ​ທະ​ເລ​ຈີນ​ໃຕ້ ​ເຊິ່ງລວມທັງຜົນສຳ​ເລັດຂອງ​ການ​ປຶກສາ​ຫາລື​ຮ່າງ​ຂອບ​ດັ່ງກ່າວກັບປະ​ເທດ​ໃນ​ອາ​ຊຽນ​ໃນ 6 ​ເດືອນ​ຕົ້ນປີ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ