ທ່ານ​ສີ​ຈິ້ນ​ຜິ​ງສົ່ງ​ສານ​ສະ​ແດງ​ຄວາມ​ເຫັນ​ໃຈ​ໄປ​ຍັງ​ເຈົ້າ​ຊີ​ວິດມະຫາ​ວະ​ຊິຣະລົງກອນຂອງ​​ໄທ​ກ່ຽວ​ກັບ​ພາກ​​ໃຕ້​ຂອງ​ໄທ​ເກີດ​ໄພ​ນ້ຳ​ຖ້ວມ
2017-01-14 10:45:28  cri 

ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ລາຍ​ງານ​ວ່າ: ວັນ​ທີ 13 ມັງກອນ​ນີ້ ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ສົ່ງ​ສານສະ​ແດງ​ຄວາມ​ເຫັນ​ໃຈໄປ​ຍັງ​ເຈົ້າ​ຊີວິດ​ມະຫາວະຊິຣະລົງ​ກອນ​ຂອງ​ໄທ​ກ່ຽວ​ກັບ​ພາກ​ໃຕ້​ໄທ​ເກີດ​ໄພ​ນ້ຳ​ຖ້ວມ​ຢ່າງ​ໜັກ​ໜ່ວງ.

​    ໃນ​ສານ​ສະ​ແດງ​ຄວາມ​ເຫັນ​ໃຈ, ທ່ານ​ສີ​ຈິ້ນ​ຜິ​ງຊີ້​ອອກ​ວ່າ, ຈີນ-​ໄທ​ແມ່ນ​ປະ​ເທດ​ໃກ້​ຄຽງ​ທີ່​ມີ​ມິດຕະພາບ​ຕໍ່​ກັນ. ຈີນ​ຍິນ​ດີ​ໃຫ້ການ​ຊ່ວຍ​ເຫຼືອກູ້​ໄພ​ແກ່​ໄທ​ໂດຍ​ອີງ​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ໄທ. ​ເຊື່ອ​ວ່າ​ພາຍ​ໃຕ້​ການ​ນຳພາຂອງ​ເຈົ້າ​ຊີວິດ ​ແລະ​ລັດຖະບານ​ໄທ, ປະຊາຊົນ​​ໄທ​ຍ່ອມ​ຈະ​ເອົາ​ຊະນະ​ໄພ​ພິບັດ​ແລະ​ສ້າງ​ບ້ານ​ແປງ​ເມືອງ​ຄືນ​ໃໝ່​ໄດ້.

ມື້​ດຽວ​ກັນ ທ່ານ​ຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນກໍ່​ໄດ້​ສ່ົງ​ສານ​ສະ​ແດງ​ຄວາມ​ເຫັນ​ໃຈ​ໄປ​ຍັງ​ທ່ານ​ປຣາຢຸດ ຈັນ​ໂອຊາ ນາຍົກລັດຖະມົນຕີ​ໄທ​ກ່ຽວ​ກັບ​ພາກ​ໃຕ້​ໄທ​ເກີດ​ໄພ​ນ້ຳ​ຖ້ວມຢ່າງ​ໜັກ​ໜ່ວງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ