ທ່ານ​ສີ​ຈິ້ນ​ຜິ​ງ​ເດີນທາງ​ອອກ​ຈາກ​ນະຄອນຫຼວງ​ປັກ​ກິ່ງ​ໄປ​ຢ້ຽມຢາມ​ສວິສທາງ​ລັດຖະກິດ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ປະຈຳ​ປີ 2017 ຂອງ​ເວທີ​ປຶກສາ​ຫາລື​ເສດຖະກິດ​ໂລກ​ແລະ​ຢ້ຽມຢາມ​ອົງການ​ຈັດ​ຕັ້ງ​ສາກົນ​ຕ່າງໆ​ທີ່​ຕັ້ງ​ສຳນັກງານ​ຢູ່​ສວິສ
2017-01-15 11:21:00  cri 
ຕອນ​ເຊົ້າ​ວັນ​ທີ 15 ມັງກອນ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ເດີນທາງ​ອອກ​ຈາກ​ນະຄອນຫຼວງປັກ​ກິ່ງ​ດ້ວຍ​​ເຮືອບິນ​ພິ​ເສດ, ​ເພື່ອ​ຢ້ຽມຢາມ​ສວິສທາງ​ລັດຖະກິດ ຕາມ​ການ​ເຊື້ອ​ເຊີນ​ຂອງ​ຄະນະ​ກຳມະການ​ສະຫະລັດ​ສວິສທີ່​ມີ​ທ່ານ​ນາງ​ໂດຣິສ ​​ລິວ​ດ໌ຮັດ​ເປັນ​ປະທານ; ​ແລະເຂົ້າ​ຮ່ວມ​ກອງ​ປະຊຸມ​ປະຈຳ​ປີ 2017 ຂອງ​ເວທີ​ປຶກສາ​ຫາລື​ເສດຖະກິດ​ໂລກ​ທີ່​ຈັດ​ຂຶ້ນ​ຢູ່ດາ​ວົສ ຕາມ​ການ​ເຊື້ອ​ເຊີນ​ຂອງ​ທ່ານ​ຄຼາວສ໌ ສວາບ ຜູ້​ສ້າງ​ເວທີ​ປຶກສາ​ຫາລື​ເສດຖະກິດ​ໂລກ​ທັງ​ເປັນ​ປະທານ​ບໍລິຫານ​ງານ; ພ້ອມ​ທັງ​​ຢ້ຽມຢາມ​ສຳນັກງານ​​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ທີ່​ເຊີ​ແນວ​ ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ອັນ​​ໂຕ​ນິອໍ​ ກຸ​ເຕີ​ເຣັສ ​ເລຂາທິການ​ໃຫຍ່​ອົງການ​ສະຫະປະຊາ​ຊາດ, ​ຢ້ຽມຢາມ​ອົງການ​ອະນາ​ໄມ​ໂລກ​ຫຼື WHO ຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາງ ດຣ.​ມາ​​ກາ​ເຣັດ ຈັນ ​ແລະ​​ຢ້ຽມຢາມ​ຄະນະ​ກຳມາ​ທິການ​ໂອ​ລິ​ມປິກ​ສາກົນ ຕາມ​ຄຳ​ເຊີນ​ຂອງ​ທ່ານ​ໂທ​ມັສ ບັຣ ປະທານ​ຄະນະ​ກຳມາ​ທິການ​ໂອ​ລິ​ມປິກ​ສາກົນ.

ຜູ້​ທີ່​ໄປ​ຢ້ຽມຢາມ​ນຳ​ທ່ານ​ສີ​ຈິ້ນ​ຜິ​ງມີ ນາງ​ເຜິ​ງຫຼີຢວນ ພັນ​ລະ​ຍາ​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງ, ທ່ານ​ຫວາງ​ຮູ້ໜິງ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ທັງ​ເປັນ​ຫົວໜ້າ​ຫ້ອງການ​ຄົ້ນຄວ້າ​ນະ​ໂຍບາຍ​ສູນ​ກາງ, ທ່ານ​ຫຼີ້ຈ້າ​ນຊູ່ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ​ເລຂາທິການສູນ​ກາງ​ພັກ ຫົວໜ້າ​ຫ້ອງ​ວ່າການ​ສູນ​ກາງ ​ແລະ​ທ່ານ​ຢາງ​ເຈຍ​ຊື ທີ່​ປຶກສາ​ແຫ່ງ​ລັດ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ