ທ່ານ​ສີ​ຈິ້ນ​ຜິ​ງຢ້ຽມຢາມ​ສະຫະພັນ​ສະ​ວິສທາງ​ລັດຖະກິດ
2017-01-16 10:57:33  cri 

ທ່ານ​ສີ​ຈິ້ນ​ຜິ​ງ ປ​ະທານ​ປະ​ເທດ​ຈີນ​ໄດ້​ເດີນທາງເຖິງ​ເມືອງ​ຊູຣິສດ້ວຍ​ເຮືອບິນ​ພິ​ເສດ​ໃນ​ວັນ​ທີ 15 ມັງກອນ​ນີ້​ເພື່ອຢ້ຽມຢາມ​ສະຫະພັນ​ສະ​ວິສທາງລັດຖະກິດ.

ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້ສົ່ງຄວາມ​ຢ້ຽມຢາມ​ຖາມ​ຂ່າວ​ຢ່າງ​ຈິງ​ໃຈ​ແລະ​ຄຳ​ອວຍພອນອັນ​ປະ​ເສີດ​ຂອງ​ປະຊາຊົນ​ຈີນມາສູ່​ປະຊາຊົນ​ສະ​ວິສ​ ​ແລະກ່າວວ່າ: ຕະຫຼອດ​ໄລຍະ 67 ປີ​ທີ່ຈີນ-ສະ​ວິສສ້າງສາ​ຍພົວພັນ​ທາງ​ການ​ທູດ​ເປັນ​ຕົ້ນ​ມາ, ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃນ​ວຽກ​ງານ​ສາກົນ​ຕ່າງໆ​ໄດ້​ເຂົ້າ​ສູ່​ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ​ໂດຍ​ສະ​ເພາະ​ເມື່ອປີ 2016 ຜ່ານ​ມາ, ຈີນ-ສະ​ວິສ​ໄດ້​ສ້າງ​ຕັ້ງ​ສາຍ​ພົວພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ປະດິດ​ສ້າງ​ເຊິ່ງສ່ອງ​ແສງ​ໃຫ້​ເຫັນ​ເຖິງການ​ພົວພັນ​ສອງ​ຝ່າຍ​ໄດ້​ເຂົ້າ​ສູ່​ໄລຍະ​ພັດທະນາ​ໃໝ່. ຂ້າພະ​ເຈົ້າ​ຫວັງ​ຈະ​ລົ​ງ​ເລິກ​ແລກປ່ຽນ​ຄວາມ​ຄິດ​ເຫັນ​ກັບ​ຜູ້ນຳ​ແລະ​ວົງ​ການ​ຕ່າງໆກ່ຽວ​ກັບ​ສາຍ​ພົວພັນ​ສອງ​ຝ່າຍ​ແລະ​ບັນຫາ​ທີ່​ສອງ​ຝ່າຍ​ສົນ​ໃຈ​ຮ່ວມ​ກັນ​ແລະຫວັງວ່າການ​ຢ້ຽມຢາມ​ເທື່ອ​ນີ້​ຈະ​ຊຸກຍູ້​ສາຍ​ພົວພັນ​ຈີນ-ສະ​ວິສຂະຫຍາຍຕົວ​ ​ສູ່​ລະດັບ​ສູງ​ກວ່າ​ເກົ່າ ທັງ​ຮ່ວມ​ກັນ​ປະກອບສ່ວນ​ທີ່​ສ້າງສັນ​ເພື່ອ​ສົ່ງ​ເສີມ​ເສດຖະກິດ​ໂລກ​ໃຫ້​ຟື້ນ​ຕົວ ​ແລະ​ເຊື່ອ​ໝັ້ນ​ວ່າ ຈາກຄວາມ​ພະຍາຍາມ​ຂອງ​ສອງ​ຝ່າຍ​ແລະ​ພາກສ່ວນ​ກ່ຽວຂ້ອງ, ການ​ຢ້ຽມຢາມ​ເທື່ອ​ນີ້​ຈະ​ປະສົບ​ຜົນສຳ​ເລັດ​ແນ່ນອນ.

ຫຼັງ​ເດີນທາງ​ເຖິງ​ເມືອງ​ຊູ​ຣິສ, ທ່ານ​ສີ​ຈິ້​ນຜິ​ງຈະ​ເດີນທາງ​ໄປ​ຢ້ຽມຢາມ​ນະຄອນຫຼວງ​ແບັກ​ດ້ວຍ​ຂະ​ບວນລົດ​ໄຟ​ພິ​ເສດ​ຂອງ​ລັດຖະບານ​ສະ​ວິສ, ຈາກ​ນັ້ນ​ຈະ​ເດີນທາງ​ໄປ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ເວທີ​ປຶກສາ​ຫາລື​ເສດຖະກິດ​ໂລກ​ດາ​ວົສ2017 ທັງ​ຈະ​ຢ້ຽມຢາມ​ສຳນັກງານ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ປະຈຳ​ເຊີ​ແນວ, ອົງ​ການ​ອະນາ​ໄມ​ໂລກ​ແລະຄະນະ​ກຳມະການ​ໂອ​ລິ​ມປິ​ກສາກົນອີກ​ດ້ວຍ.

1 2 3 4
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ