ສັບປະດາ​ວິຖີຊີວິດ​​ແລະ​ສິລະ​ປະ​ພື້ນ​ເມືອງ "ຂົວ​ແຫ່ງ​ວັດທະນະທຳ ບຸນກຸດ​ຈີນສິລະ​ປະ" ຈັດ​ຂຶ້ນ​ຢູ່​ສູນ​ສິລະ​ປະ​ທ່ຽນ​ຊຽວຢ່າງ​ຄຶກຄື້ນ
2017-01-17 15:59:38  cri 


ວັນ​ທີ 16 ມັງກອນ​ນີ້, ກິດຈະກຳ​ພິ​ເສດ "ບຸນກຸດ​ຈີນມ່ວນ​ຊື່ນ ​ແລະ ການ​ອ່ານຈີນ" ​ແລະ ​ສັບປະດາວິຖີ​ຊີວິດ​ສິລະ​ປະ​ພື້ນ​ເມືອງ "ຂົວ​ວັດທະນະທຳ ​ແລະ ບຸນກຸດ​ຈີນ​ສິລະ​ປະ" ຄັ້ງ​ທຳ​ອິດ​ທີ່​ເວັບ​ໄຊ​ຈີນ, ສະຫະພັນ​ສົ່ງ​ເສີ​ມວັດທະນະທຳ​ຈີນ,ສູນ​ສິລະ​ປະ​ທ່ຽນ​ຊຽວປັກ​ກິ່ງ​ແລະ​ຫົວໜ່ວຍ​ອື່ນ​ໆ​ຮ່ວມ​ກັນ​ເປັນ​ເຈົ້າພາບນັ້ນ​ໄດ້​ຈັດ​ຂຶ້ນ​ຢ່າງ​ຄຶກຄື້ນ​ຢູ່​ສູນ​ສິລະ​ປະທ່ຽນ​ຊຽວ ​ໂດຍ​ເນັ້ນ​ການ​ປະສົມ​ປະສານ​ສິລະ​ປະ​ພື້ນ​ເມືອງ,ການ​ອ່ານ,ການ​ປະດິດ​ສ້າງ​ໃໝ່,​ແຟ​ຊັນ,ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ແລະ​ປັດ​ໄຈຕ່າງໆ​ເຊິ່ງ​ເປັນ​ການ​ສ່ອງ​ແສງ​ໃຫ້​ເຫັນ​ວັດທະນະທຳ​ບຸນກຸດ​ຈີນ​ຢູ່​ສູນ​ສິລະ​ປະ​ທ່ຽນ​ຊຽວ ​ແລະ ​ໃນ​ໂອກາດ​ດັ່ງກ່າວປະຊາຊົນ​ຈຳນວນ​​ຫຼາຍ​ຈະ​ສາມາດສຶກສາແລະ​ທ່ຽວຊົມ​ການສະ​ເຫຼີ​ມສະຫຼອງ​ບຸນກຸດ​​ຈີນ​ທີ່​ມີ​ເອກະລັກພິ​ເສດ​ແລະກາຍ​ເປັນ​​ແຟຊັນ​ໄດ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ