ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ປາ​ຖະ​ກະຖາ​ໃນ​ພິທີ​ເປີດ​ກອງ​ປະຊຸມ​ເວທີ​ປຶກສາ​ຫາລື​ເສດຖະກິດ​ໂລກ2017
2017-01-18 10:35:52  cri 

ພິທີ​ເປີດ​ກອງ​ປະຊຸມ​ເວທີ​ປຶກສາ​ຫາລື​ເສດຖະກິດ​ໂລກ2017​ໄດ້​ຈັດ​ຂຶ້ນ​ຢູ່​ສູນ​ປະຊຸມສາກົນ​ດາ​ວົສ ປະ​ເທດ​ສະ​ວິສ​ໃນ​ວັນ​ທີ 17 ມັງກອນ​ນີ້​ ​ແລະ​ໃນ​ໂອກາດ​ດັ່ງກ່າວ,ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ກ່າວ​ປາຖະກະຖາ​​ໃນ​ຫົວ​ຂໍ້ "ຮ່ວມ​ຮັບຜິດ​ຊອບ​ຍຸກ​ສະ​ໄໝ​ແລະ​ພັດທະນາ​ທົ່ວ​ໂລກ".

ໃນການປາຖະກະຖາ​ດັ່ງກ່າວ, ທ່ານ​ສີ​ຈິ້ນ​ຜິ​ງຊີ້​ວ່າ: ​ເສດຖະກິດ​ໂລກາ​ພິວັດ​ເປັນຄວາມ​ຮຽກຮ້ອງຕ້ອງການ​ຢ່າງ​ພາວະ​ວິ​ໄສຂອງການ​ພັດທະນາ​ກຳລັງ​ການ​ຜະລິດ​ໃນ​ສັງຄົມ​ແລະ​ເປັນ​ຜົນ​ປະ​ໂຫຍ​ດທີ່​ສຳຄັນ​ຈາກ​ຄວາມ​ກ້າວໜ້າ​ຂອງ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ. ປັດຈຸບັນ, 3 ຄວາມ​ຂັດ​ແຍ້​ງ​ໃຫຍ່​ແລະ​ພົ້ນ​ເດັ່ນ​ໃນ​ຂົງ​ເຂດ​ເສດຖະ​ກິດ​ໂລກ​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ແກ້​ໄຂ​ໄດ້​ດີ​ເທື່ອ​ແລະດ້ວຍ​ເຫດ​ນີ້,ພວກ​ເຮົາ​ຈິ່ງ​ຕ້ອງ​ຊຸກຍູ້​ເສດຖະກິດ​ໂລກາ​ພິ​ວັດ​ຢ່າງ​ເດັດດ່ຽວ​ໜຽວ​ແໜ້ນ, ນຳພາ​ທິດ​ທາງ​ເສດຖະກິດ​ໂລກາ​ພິວັດ, ສ້າງ​ຮູບ​ແບບ​ການ​ເຕີບ​ໂຕ​ທີ່​ມີ​ຊີວິດ​ຊີວາ,ຮູບ​ແບບ​ຮ່ວມ​ມື​ທີ່​ເປີດ​ປະຕູ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ຮູບ​ແບບ​ຄຸ້ມ​ຄອງ​ທີ່​ຍຸຕິ​ທຳ​ແລະ​ສົມ​ເຫດ​ສົມ​ຜົນລວມທັງຮູບ​ແບບ​ພັດທະນາ​ທີ່​ກ້ຳ​ເກິ່ງ​ແລະ​ສ້າງ​ຜົນ​ປະ​ໂຫຍ​ດ​ໃຫ້​ບັນດາ​ຝ່າຍ​ເພື່ອ​ຮ່ວມ​ກັນ​ຊຸກຍູ້​ການ​ພັດທະນາ​ຂອງ​ໂລກ.

ທ່ານ​ສີ​ຈິ້ນ​ຜິ​ງຍັງ​ຊີ້​ໃຫ້​ເຫັນ​ຕື່ມ​ວ່າ: ຫຼັງ​ດຳ​ເນີນ​ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ​ເປັນ​ເວລາ 38 ປີ, ຈີນ​ໄດ້​ກາຍ​ເປັນ​ກຸ່ມ​ເສດຖະກິດ​ໃຫຍ່​ອັນ​ດັບ​ສອງ​ຂອງ​ໂລກ​ແລະ​ໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​ໃຫຍ່​ຫຼວງ​ໃນ​ດ້ານ​ການ​ພັດທະນາ, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​​ໄດ້​ຮັບ​ການ​ປັບປຸງ​​ດີ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ ​ເຊິ່ງ​ເປັນ​ຜົນ​ດີ​ຕໍ່​ຈີນ​ກໍ​ຄື​ທົ່ວ​ໂລກ. ການ​ພັດທະນາ​ຂອງ​ຈີນ​ເປັນ​ໂອກາດ​ຂອງ​ໂລກ, ຈີນ​ເປັນ​ຜູ້​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ​ແລະຜູ້​ປະກອບສ່ວນໃນ​​ເສດຖະກິດ​ໂລກາ​ພິວັດ.

ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ຕື່ມວ່າ: ​ເດືອນ​ພຶດສະພາ​ປີ​ນີ້, ຈີນ​ຈະ​ເປັນ​ເຈົ້າພາບ​ຈັດ​ເວທີ​ປຶກສາ​ຫາລື​ສຸດ​ຍອດ​ການ​ຮ່ວມ​ມື​ສາກົນ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"ຢູ່​ນະຄອນຫຼວງ​ປັກ​ກິ່ງ​ເພື່ອຊອກຫາ​ວິທີ​ແກ້​ໄຂ​ບັນຫາ​​​ເສດຖະກິດ​ໂລກ​ກໍ​ຄື​ພາກ​ພື້ນທີ່​ກຳລັງ​ຜະ​ເຊີນ​ໃນ​ປັດຈຸບັນ ​ແລະ​ເພີ່ມ​ພະລັງ​ແຮງ​ໃໝ່​ເຂົ້າ​ໃນ​ການ​ພັດທະນາ​ເຊື່ອມ​ໂຍງ​ເຂົ້າກັນ ທັງ​ເຮັດ​ໃຫ້ການ​ກໍ່ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"ສາມາດສ້າງ​ຄວາມຜາ​ສຸກ​ໃຫ້​ແກ່​ປະຊາຊົນ​ບັນດາ​ປະ​ເທດ​ຫຼາຍ​ກວ່າ​ເກົ່າ.

1 2 3
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ