ຈັດງານ​ດົນຕີ​ປີ​ໃໝ່​ຈີນ​ຢູ່ກຳ​ປູ​ເຈຍ
2017-01-18 18:05:58  cri 

"ສະຫຼອງບຸນ​ກຸດ​ຈີນ 2017 ງານ​ດົນຕີ​ປີ​ໃໝ່​ຈີນ" ​ໄດ້ຈັດ​ຂຶ້ນຢ່າງ​ຄຶກຄື້ນຢູ່ນະຄອນຫຼວງພະນົມ​ເປັນ ປະ​ເທດ​ກຳປູ​ເຈຍ​ໃນ​ຕອນ​ຄ່ຳ​ວັນ​ທີ 17 ມັງກອນ​ນີ້.

ທ່ານ​ຮໍ​ນາມ​ຮົງ ຮອງ​ນາຍົກລັດຖະມົນຕີ ທັງ​ເປັນ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ກຳປູ​ເຈຍ ​ໄດ້​ກ່າວ​ວ່າ: ການ​ປະສົມ​ປະສານ​ດົນຕີ​ແລະ​ການ​ຟ້ອນ​ເຕັ້ນລະຫວ່າງ​ກຳປູ​ເຈຍ​ແລະ​ຈີນ ​ເປັນ​ການສະ​ແດງ​ໃຫ້​ເຫັນ​ເຖິງ​ສະພາບ​ຄວາມ​​ເປັນຈິງ​ແຫ່ງ​ການ​ແລກປ່ຽນ​ດ້ານ​ວັດທະນະທຳ​ລະຫວ່າງ​ສອງ​ປະ​ເທດ. ຂະນະ​ທີ່​ການ​​ໄປມາຫາສູ່​ກັນ​ໃນ​ຂົງ​ເຂດ​ຕ່າງໆ​ຂອງ​ປະຊາຊົນ​ສອງ​ຊາດ ກໍ​​ເປັນ​ການ​ຊຸກຍູ້​ການ​ແລກປ່ຽນ​ແລະ​​ສ້າງຄວາມເຂົ້າ​ໃຈກັນ​ຢ່າງ​ເລິກ​ເຊິ່ງລະຫວ່າງ​ສອງ​ຝ່າຍ ​ແລະ​ເຊື່ອ​ວ່າ​ຈະ​ມີ​ກິດຈະກຳ​ແລກປ່ຽນ​​ໃນ​ລັກສະນະ​ນີ້ຫຼາຍຍິ່ງ​ຂຶ້ນ​ໃນ​ຕໍ່ໜ້າ.

​ໃນ​ງານ​ດັ່ງກ່າວ, ສິລະ​ປິນການສະ​ແດງຈາກ​ສະ​ຖາ​ບັນ​ວັດທະນະທຳ​ແລະສິລະ​ປະ ​ເປັນຕົ້ນ ຄະນະ​ດົນ​ຕີ​​ແບບບູຮານຮວາ​ເຊ້ຍຂອງ​ຫໍພິພິທະ​ພັນ​ເຫີ​ໜານ​ຈີນ, ກະຊວງ​ວັດທະນະທຳ​ແລະ​ສິລະ​ປະກຳ​ປູ​ເຈຍ, ສະມາຄົມ​ສິລະ​ປິນ​ຄົກ​ທ໌ລອກ​ກຳປູ​ເຈຍ ​ແລະ ຄະນະ​ຟ້ອນ​ເຕັ້ນຖະໜົນ(Street Dance )ນັກ​ສຶກສາ​ກຳປູ​ເຈຍ ​ໄດ້​ເຂົ້າຮ່ວມສະ​ແດງ​.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ