ລົດ​ໄຟ​ການ​ຄ້າ​ຈີນ-ອັງກິດ​ຂະ​ບວນທຳ​ອິດ​ເດີ​ນທາງ​​ເຖິງ​ນະຄອນຫຼວງລອນ​ດອນ​ແລ້ວ
2017-01-19 15:41:34  cri 

ຂະ​ບວນລົດ​ໄຟ​ຈີນ-​ເອີຣົບ ​ເຊິ່ງ​ເປັນ​ຂະ​ບວນລົດ​ໄຟຈາກ​ຈີນທີ່​ເດີນທາງ​ໄປອັງກິດຂະ​ບວນທຳ​ອິດ ​ໄດ້​ເຖິງສະຖານີ​ລົດ​ໄຟ​ນະຄອນຫຼວງລອນ​ດອນດ້ວຍ​ຄວາມສະດວກ​​ແລະ​ປອດ​ໄພໃນຕອນ​ບ່າຍ​ວັນ​ທີ 18 ມັງກອນ​ນີ້ ​ຫຼັງເດີນທາງ​ອອກ​ຈາກ​ສະຖານີ​ລົດ​ໄຟ​ຕາ​ເວັນ​ຕົກ​ເມືອງ​ຢີ້ອູ່ ສປ ຈີນ​ໃນ​ວັນ​ທີ 1 ມັງກອນ​ ​ໂດຍ​ແລ່ນ​​ໃນໄລຍະ​ທາງ 12.451 ກິ​ໂລ​ແມັດ ​ແລະ​ໃຊ້​ເວລາ 18 ວັນ​ຈຶ່ງ​ເຖິງ​ຈຸດໝາຍ​ປາຍທາງ​ ​ເຊິ່ງ​ເປັນ​ການ​ເປີດ​ຊ່ອງ​ທາງ​​ໃໝ່​ໃນການ​ຂົນ​ສົ່ງ​ສິນຄ້າລະຫວ່າງ​ຈີນ-ອັງກິດ.

ທ່ານ​ຈູ້​ສິນ ອັກຄະ​ລັດຖະທູດ​ຈີນ​ປະຈຳ​ອັງກິດ ກ່າວ​ວ່າ: ​ຂະ​ບວນລົດ​ໄຟ​ຈີນ-​ເອີຣົບ​ທີ່ເດີນທາງ​ເຖິງ​ນະຄອນຫຼວງລອນ​ດອນ​​ໄດ້​ກາຍ​ເປັນ​ສັນຍະລັກ​ໃຫ້​ແກ່​ໝາກຜົນ​​ໂຕ​ຈິງ​ແຫ່ງການ​ຮ່ວມ​ມືຫຼ້າສຸດ​ຕາມ​ຍຸດ​ທະ​ສາດ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ລະຫວ່າງ​ຈີນ-ອັງກິດ​ ​ແລະ​ຈະ​​ເປັນພະລັງ​ຊຸກຍູ້​ໃໝ່​ຕໍ່​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ.

​ໃນ​ຊຸມ​ປີຜ່ານມາ, ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ຈີນ-ອັງກິດ​ໄດ້​ຮັກສາ​ທ່າ​ອ່ຽງພັດທະນາ​ຢ່າງ​ໜັກ​ແໜ້ນ ​ໂດຍ​ມູນ​ຄ່າການ​ຄ້າລະຫວ່າງ​ສອງ​ຝ່າຍ​ໄດ້​ເພີ່ມ​ຂຶ້ນຢ່າງ​ວ່ອງ​ໄວ. ທັງ​ນີ້, ​ເຈົ້າໜ້າ​ທີ່ດ່ານ​ພາສີ​ເມືອງ​ຢີ້ອູ່​ເປີດ​ເຜີຍ​ວ່າ: ນັບ​ແຕ່​ເດືອນ​ມັງກອນ​ຫາ​ເດືອນ​ພະຈິກ​ປີຜ່ານມາ, ມູນ​ຄ່າ​ການ​ນຳ​ເຂົ້າ​ແລະ​ສົ່ງ​ອອກຂອງ​ເມືອງຕົນ​ກັບ​ອັງກິດ​ບັນລຸ​ເຖິງ 569 ລ້ານ​ໂດລາ​ສະຫະລັດ ​ເພີ່ມ​ຂຶ້ນ 10% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2015 ​ແລະ​ອັງກິດ​​ໄດ້​ກາຍ​ເປັນປະ​ເທດ​ໃນ​ເອີຣົບທີ່​ເມືອງຕົນສົ່ງ​ອອກ​ສິນຄ້າຫຼາຍກວ່າ​ໝູ່.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ