ຈີນ​ຍິນ​ດີ​ຮ່ວມ​ມື​ກັບ​ລັດຖະບານ​​ອາ​ເມ​ລິ​ກາຊຸດ​ໃໝ່​ເພື່ອ​ຊຸກຍູ້​ການພັດທະນາ​ສາຍ​ພົວພັນ​ເສດ​ຖະກິດ​ການ​ຄ້າ​ຈີນ-ອາ​ເມ​ລິ​ກາ
2017-01-19 16:22:19  cri 
ຕາມ​ຂ່າວສານ​ຈີນ:ທ່ານ​ຊຸນ​ຈີ້​ເຫ​ວິນ ​ໂຄສົກ​​ກະຊວງ​ການ​ຄ້າ​ຈີນ​ກ່າວ​ຢູ່​ປັກ​ກິ່ງ​ໃນ​ວັນ​ທີ 19 ມັງກອນ​ນີ້​ວ່າ,ຈີນ​ຍິນ​ດີ​ຮ່ວມ​ມື​ກັບ​ລັດຖະບານ​ອາ​ເມ​ລິ​ກາຊຸດ​ໃໝ່​ເພື່ອ​ສືບ​ຕໍ່​ຊຸກຍູ້​​ສາຍ​ພົວພັນ​ເສດຖະກິດ​ການ​ຄ້າ​ຈີນ-ອາ​ເມ​ລິ​ກາ​ໃຫ້​ພັດທະນາ​ຢ່າງ​ໜັກ​ແໜ້ນ​ແລະ​ປອດ​​ໃສ.

ທ່ານ​ຊຸນ​ຈີ້​ເຫ​ວິນ​ກ່າວ​ໃນ​ການ​ຖະ​ແຫຼງຂ່າວ​ໃນ​ວັນ​ດັ່ງກ່າວ​ວ່າ,ນັບ​ແຕ່​ຈີນ-ອາ​ເມ​ລິ​ກາ​ສ້າງສາ​ຍສຳພັນ​ການ​ທູດ​ເປັນ​ຕົ້ນ​ມາ,ການ​ຮ່ວມ​ມື​ເສດຖະກິດ​ການ​ຄ້າ​ສອງ​ຝ່າຍ​ຈາກ​ບໍ່​ມີ​ມາສູ່​ມີ,ຈາກ​ນ້ອຍ​ຫາ​ໃຫຍ່,ຂົງ​ເຂດ​ຮ່ວມ​ມື​ໄດ້​ເປີດ​ກວ້າງ​ຢ່າງ​ບໍ່​ຢຸດ​ຢັ້ງ,ພື້ນຖານ​​ການ​ຮ່ວມ​ມື​ນັບ​ມື້​ໝັ້ນຄົງ​ແລະ​ກາຍ​ເປັນ​ສະພາບ​ການ​ທີ່​ສ້າງຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ກັນ.ຂະນະ​ດຽວ​ກັນ​ກໍ​ເຊື່ອ​ວ່າ​ຈີນ-ອາ​ເມ​ລິ​ກາສາ​ມາດ​ແກ້​ໄຂ​ບັນຫາ​ແລະ​ຄວາມ​ເຫັນ​ຕ່າງ​ກັນ​ທີ່​​ເກີດ​ຂຶ້ນດ້ວຍ​ການ​ສົນທະນາ​ແລະ​ຮ່ວມ​ມື​ກັນ. "ພວກ​ເຮົາ​ຍິນ​ດີ​ຮ່ວມ​ມື​ກັບ​ລັດຖະບານ​ອາ​ເມ​ລິ​ກາຊຸດ​ໃໝ່​ເພື່ອ​ສືບ​ຕໍ່​ຊຸກຍູ້​ການ​ພົວພັນ​ເສດຖະກິດ​ການ​ຄ້າ​ຈີນ-ອາ​ເມ​ລິ​ກາ​ໃຫ້​ພັດທະນາ​ຢ່າງ​​ໜັ​ກ​ແໜ້ນ​ແລະ​ປອດ​ໃສ​ເພື່ອ​ສ້າງ​ຄວາມສຸກ​ໃຫ້​ແກ່​ປະຊາຊົນ​ສອງ​ຊາດ."
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ