ປີ 2016 GDP ຂອງຈີນເພີ່ມຂຶ້ນ 6,7%
2017-01-20 16:24:05 cri
ກົມສະຖິຕິແຫ່ງຊາດຈີນປະກາດໃນວັນທີ 20 ມັງກອນນີ້ວ່າ ລວມຍອດຜະລິດຕະພັນພາຍໃນ ຫຼື GDP ຂອງຈີນປີ 2016ໄດ້ບັນລຸເຖິງ 74.410 ຕື້ຢວນ ເພີ່ມຂຶ້ນ 6,7% ເມື່ອທຽບໃສ່ປີ 2015 ໂດຍໃນໄຕມາດທີ 4 ໄດ້ເພີ່ມຂຶ້ນ 6,8%. ທ່ານນິ້ງຈີເຈີ ຫົວໜ້າກົມສະຖິຕິແຫ່ງຊາດຈີນ ກ່າວວ່າ: ປີຜ່ານມາ, ເສດຖະກິດຈີນສາມາດເຄື່ອນໄຫວໄປສູ່ຄວາມໝັ້ນທ່ຽງໃນທ່າມກາງສະພາບການເຕີບໂຕອ່າວຊັກຊ້າ ແລະກໍພັດທະນາໄດ້ດີສົມຄວນ ເຊິ່ງເປັນການເລີ່ມຕົ້ນທີ່ດີໃນການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 13.