ປະທານ​ປະ​ເທດ​ຈີນ​ສົ່ງ​ຈົດໝາຍ​ຊົມ​ເຊີຍກິດຈະກຳປີ​ວັດທະນະທຳ​ຈີນ-​ເອຢິບ 2016
2017-01-20 11:47:34  cri 
ພິທີ​ປິດກິດຈະກຳ​ປີ​ວັດທະນະທຳ​ຈີນ-​ເອຢິບ 2016 ​ໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ກວາງ​ໂຈ່​ວ​ຂອງແຂວງ​ກວາງຕຸ້ງ​ຈີນ​ໃນ​ວັນ​ທີ 19 ມັງກອນ​ນີ້ ​ໂດຍທ່ານ ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ສົ່ງ​ຈົດໝາຍ​ເພື່ອ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຢ່າງ​ຟົດ​ຟື້ນ​ຕໍ່​ການ​ຈັດ​ກິດຈະກຳ​ດັ່ງກ່າວ​ຢ່າງ​ສຳ​ເລັດ​ຜົນ. ທ່ານ​ ສີ​ຈິ້ນ​ຜິ​ງ ຊີ້​​ໃຫ້​ເຫັນ​ວ່າ: ປີ 2016 ​ແມ່ນ​ປີ​ແຫ່ງ​ການ​ສ້າ​ງສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ຈີນ-​ເອຢິບ​ຄົບຮອບ 60 ປີ. ​ໃນ 60 ປີຜ່ານມາ,ພາຍ​ໃຕ້​ຄວາມ​ພະຍາຍາມ​ຂອງ​ສອງ​ຝ່າຍ, ການ​ພົວພັນ​ລະຫວ່າງ​ຈີນ-​ເອຢິບ​ໄດ້​ຂະຫຍາຍຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ ​ເຊິ່ງ​ໄດ້​ສ້າງ​ຄວາມ​ສົມບູນ​ພູນ​ສຸກ​ໃຫ້​ແກ່ສອງ​ປະ​ເທດ​ກໍ​ຄື​ປະຊາຊົນ​ຂອງ​ສອງ​ປະ​ເທດ,ກາຍ​ເປັນ​ແບບຢ່າງ​ໃນ​ການ​ຂະຫຍາຍສາຍພົວພັນ​ລະຫວ່າງ​ຈີນ-ປະ​ເທດ​ອາຣັບ,ຈີນ-ປະ​ເທດ​ອາ​ຟຣິກາ​ກໍ​ຄື​ສາຍ​ພົວພັນ​ລະຫວ່າງ​ໃຕ້-​ໃຕ້.

ທ່ານ ສີ​ຈິ້ນ​ຜິ​ງ ເນັ້ນ​ວ່າ: ກິດຈະກຳ​ປີ​ວັດທະນະທຳ​ຈີນ-​ເອຢິບ​ແມ່ນ​ປີ​ວັດທະນະທຳ​ທີ່​ຈີນ​ແລະ​ປະ​ເທດ​ອາຣັບຈັດ​ຂຶ້ນ​ຄັ້ງ​ທຳ​ອິດ ​ເຊິ່ງ​ເປັນ​ມາດ​ຕະການ​ທີ່​ສຳຄັນ​​ໃນ​ການ​​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ກັນຂອງ​ປະຊາຊົນ​ພາຍ​ໃຕ້​ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"ຂອງສອງ​ປະ​ເທດ, ​ກໍ່​ເປັນ​ກິດຈະກຳ​ອັນມະ​ໂຫລານ​ເພື່ອ​ແລກປ່ຽນ​ແລະ​ຖອດ​ຖອນ​ບົດຮຽນ​ລະຫວ່າງວັດທະນະທຳ​ເກົ່າ​ແກ່​ຂອງ​ໂລກ. ຈີນ​ຍິນ​ດີ​ຮ່ວມ​ກັບ​ຝ່າຍ​ເອຢິບ​ພະຍາຍາມ​ສືບ​ຕໍ່​ເພີ່ມ​ທະວີ​ການ​ແລກປ່ຽນ​ດ້ານ​ອະ​ລິ​ຍະ​ທຳ​ແລະ​ການ​ຮ່ວມ​ມື​ດ້ານ​ວັດທະນະທຳ​ລະຫວ່າງ​ສອງ​ປະ​ເທດ,​ເພື່ອ​ສ້າງ​ພື້ນຖານ​ປະຊາ​ມະຕິ​ແລະ​ສັງຄົມ​ໃຫ້​ແກ່​ການ​ຂະຫຍາຍ​ການ​ພົວພັນ​ທາງ​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ມີ​ຄວາມ​ໜັກ​ແໜ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ