ຈີນ,ລາວ​,​ມຽນມາ,ໄທ​​ເລີ່​ມຕົ້ນ​ການ​ລາດຕະ​ເວນ​ຮ່ວມຕາມ​ລຳ​ແມ່​ນ້ຳຂອງ​ເທື່ອ​ທີ 54
2017-01-21 15:16:30  cri 
ການ​ປະຕິບັດ​ໜ້າ​ທີ່​ລາດຕະ​ເວນ​ຮ່ວມ​ຕາມ​ລຳ​​ແມ່​ນ້ຳຂອງ​ເທື່ອ​ທີ 54 ຂອງ​ຈີນ,ລາວ,ມຽນມາ​ແລະ​ໄທ​ໄດ້​ເລີ່​ມຂຶ້ນ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 20 ມັ​ງກອນ​ນີ້ ​ແລະ​ການ​ລາດຕະ​ເວນ​ຮ່ວມ​ເທື່ອ​ນີ້​ເປັນ​ການ​ປະຕິບັດ​ໜ້າ​ທີ່​ເທື່ອ​ທຳ​ອິດ​ຫຼັງ​ກອງ​ປະຊຸມ​ລັດຖະມົນຕີ​ການ​ສ້າງ​ຕັ້ງ​ກົນ​ໄກ​ຮ່ວມ​ມື​ປະຕິບັດ​ກົດໝາຍ​ຮັກສາ​ຄວາມ​ປອດ​ໄພ​ຕາມ​ລຳ​ແມ່​ນ້ຳຂອງ​ຄົບຮອບ 5 ປີ​​ເມື່ອ​ເດືອນ​ທັນວາ​ປີ 2016 ຜ່ານ​ມາ ທັງ​ເປັນ​ການ​ລາດຕະ​ເວນ​ເທື່ອ​ທຳ​ອິດ​​ໃນປີ 2017 ນີ້ ​ໂດຍ​ຈະ​ດຳ​ເນີນ ​ເປັນ​ເວລາ 4 ມື້ 3 ຄືນ ​ແລະ​ 4 ປະ​ເທດ​ດັ່ງກ່າວ​ຈະພ້ອມ​ກັນ​ເລີ່​ມປະຕິບັດ​ໜ້າ​ທີ່​ລາດຕະ​ເວນ​ຮ່ວມຕາມ​ລຳ​​ແມ່​ນ້ຳຂອງໂດຍ​ແບ່ງ​ເປັນຍ່ານ ​ແລະ​ເມື່ອ​​​ບັນຈົບ​ພົບກັນ​​ແລ້ວ​ກໍ​ຈະຮ່ວມ​ກັນ​ລາດຕະ​ເວນ​ທົ່ວ​ລຳ​ແມ່​ນ້ຳຂອງ.

​ກົມ​ຄຸ້ມ​ຄອງ​ຊາຍ​ແດນ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ຈີນ​ເປີດ​ເຜີຍ​ວ່າ: ນັບ​ມາ​ຮອດ​ປັດຈຸບັນ, ຈີນ,ລາວ,ມຽນມາ​ແລະ​​ໄທ​ໄດ້​ດຳ​ເນີນການ​ລາດຕະ​ເວນ​ຮ່ວມ​ຕາມ​ທົ່ວ​ລຳ​ແມ່​ນ້ຳຂອງ 53 ​ເທື່ອ​ໃນ​ໄລຍະ​ການ​ເດີນ​ເຮືອ​ລວມ 2 ໝື່ນ 6000 ກິ​ໂລ​ແມັດ, ​ໃຊ້​ເວລາ​ລວມທັງ​ໝົດ 1735 ຊົ່ວ​ໂມງ ​ແລະ​ປະສົບ​ຜົນສຳ​ເລັດ​ໃນ​ການ​ຊ່ວຍ​​ເຫຼືອ​ເຮືອ​ກາ​ນຄ້າ 116 ລຳ​ເທື່ອ, ​ລູກ​ເຮືອ 454 ຄົນ, ນັບ​ລວມ​ແລ້ວ​ສາມາດ​ກູ້​ເອົາ​ຜົນ​ເສຍ​ຫາຍ​ດ້ານ​ເສດ​ຖະກິດ​ຂອງ​ປະຊາຊົນ​ບັນດາ​ປະ​ເທດລຸ່ມ​ແມ່​ນ້ຳຂອງ​ເຖິງ 18 ລ້ານ​ຢວນຫຼື​ປະມານ 2 ລ້ານ 6 ​ແສນ 2 ໝື່ນ​ໂດ​ລາ​ສະຫະລັດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ