ໄຂງານ​ວາງສະ​ແດງ​ການທ່ອງ​ທ່ຽວ​ສາກົນ​ມຽນ​ມາ​ຄັ້ງ​ທຳ​ອິດ
2017-01-21 14:45:51  cri 
ຕາມ​ຂ່າວ CRI: ວັນ​ທີ 20 ມັງກອນ​ນີ້,​ ງານ​ວາງສະ​ແດງ​ການທ່ອງ​ທ່ຽວສາກົນ​ມຽນມາ​ຄັ້ງ​ທຳ​ອິດ​ໄດ້​ໄຂ​ຂຶ້ນ​ຢູ່​ນະຄອນຢາງ​ກຸ້ງ​ປະ​ເທດ​ດັ່ງກ່າວ.

ງານ​ວາງສະ​ແດງ​​ທີ່​ຈະ​ດຳ​ເນີນ​ເປັນ​ເວລາ 3 ວັນ​ເທື່ອ​ນີ້​ກໍ​ເພື່ອ​ຊຸກຍູ້​ຂະ​ແໜງ​ການທ່ອງທ່ຽວຂອງ​ມຽນມາ​ທີ່​ຫຼ້າ​ຫຼັງ​ຍ້ອນຖືກ​ປິດ​ລ້ອມ​ມາເປັນ​​ເວລາ​ດົນ​ນານ. ຂະນະ​ທີ່​ສະມາຄົມ​ຂະ​ແໜງ​ການທ່ອງທ່ຽວ​ມຽນມາ​ກໍຫວັງ​ວ່າ​ງານ​ວາ​ງສະ​ແດງ​ເທື່ອ​ນີ້ຈະ​ມີ​ຜົນ​ດີ​ຕໍ່​ການ​ພັດທະນາ​ການທ່ອງທ່ຽວ​ພາຍ​ໃນ​ແລະ​ຕ່າງປະ​ເທດ.

ງານ​ວາງສະ​ແດງ​ເທື່ອ​ນີ້​ໄດ້​ດຶງ​ດູດ 124 ບໍລິສັດລວມທັງ​ໂຮມ​ແຮມ,​ ບໍລິສັດທ່ອງ​ທ່ຽວ, ບໍລິສັດ​ການບິນ,​ ບໍລິສັດ​ປະກັນ​ໄພ​ແລະ​ອົງການອື່ນໆ​ທີ່​ກ່ຽວຂ້ອງການທ່ອງທ່ຽວມາ​ເຂົ້າຮ່ວມ.
ງານ​ວາງສະ​ແດງ​ເທື່ອ​ນີ້​ຈະ​ອັດ​ລົງ​ໃນ​ວັນ​ທີ 22 ​ເດືອນ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ