ສານ​ຟິລິບ​ປິ​ນອອກ​ໝາຍສັ່ງ​ຈັບ​ຕຳຫຼວດຜູ້ຕ້ອງ​ສົງ​ໄສ​​ໃນ​ຄະດີລັກ​ພາ​ຕົວທັງ​ລອບ​ສັງຫານ​ນັກທຸລະກິດ ສ.​ເກົາຫຼີ
2017-01-22 11:20:22  cri 

ສານ​ທ້ອງ​ຖິ່ນ​ຟິລິບ​ປິນ​ແຫ່ງ​ໜຶ່ງ​ໄດ້ອອກ​ໝາຍ​ສັ່ງ​ຈັບ​ເຈົ້າໜ້າ​ທີ່​ຕຳຫຼວດຂັ້ນສູງ​ສອງ​ຄົນ​ໃນ​ວັນ​ທີ 20 ມັງກອນ​ນີ້ ຫຼັງ​ຖືກ​ສົງ​ໄສ​ລັກ​ພາ​ຕົວ​ແລະລອບສັງຫານນັກທຸລະກິດ ສ.​ເກົາຫຼີທີ່​ດຳ​ເນີນ​ທຸລະ​ກິດ​ຢູ່​ປະ​ເທດ​ຕົນ ​ໃນ​ນາມ​ປາບ​ປາມ​ຢາ​ເສບ​ຕິດ​​ເມື່ອ​ເດືອນ​ຕຸລາ​ປີຜ່ານມາ ທັງຂົ່ມຂູ່​ເອົາ​ເງິນ​ນຳ​ຄອບຄົວ​ຂອງ​ຜູ້​ເສຍ​ຊີວິດ​ຊາວ ສ.​ເກົາຫຼີ ຄົນ​ນັ້ນ.

ທັງ​ນີ້ ສື່​ມວນ​ຊົນ​ຟິລິບ​ປິນ ລາຍ​ງານ​ວ່າ ຕຳຫຼວດສອງ​ຄົນ​ດັ່ງກ່າວ​ໄດ້​ສົມຮູ້​ຮ່ວມ​ຄິດ​ກັບ​ອີກ 5 ຄົນ ປ​ອມ​ແປງ​ໃບສັ່ງ​ກວດຄົ້ນ​ ​ໃນ​ເດືອນ​ຕຸລາ​ປີ 2016 ຜ່ານ​ມາ ​ແລະ ນຳ​​ເຈົ້າໜ້າ​ທີ່​ຂັ້ນສູງ​ຂອງ​ບໍລິສັດ ສ.​ເກົາຫຼີ ທີ່​ເຮັດ​ວຽກ​ຢູ່​ຟິລິບ​ປິນຜູ້​ໜຶ່ງ​ອອກ​ຈາກ​ເຮືອນ​​​ໃນ​ຂໍ້​ອ້າງ "ສົງ​ໄສ​ຄ້າຂາຍ​ຢາ​ເສບ​ຕິດ". ຈາກ​ນັ້ນກໍ​ຂົ່ມຂູ່​​ເອົາ​ເງິນ 5 ລ້ານ​ເປ​ໂຊ​ ຫຼື ປະມານ 100.000 ​ໂດ​ລາ​ສະຫະລັດນຳ​ພັນ​ລະ​ຍາ​ຂອງ​ເຂົາ ​ແລະຫຼັງພັນ​ລະ​ຍາ​ຂອງ​ຜູ້​ຖືກ​ລັກ​ພາ​ຕົວ​ມອບ​ຄ່າ​ໄຖ່​ແລ້ວ​​ແຕ່ບໍ່​ເຫັນ​ສາມີ​ກັບ​ຄືນ ທັງ​ຍັງ​ຖືກ​ຮຽກ​ເງິນ​ອີກ 4 ລ້ານ 5 ​ແສນ​ເປ​ໂຊ ຈຶ່ງ​ແຈ້ງ​ຄວາມ.

ທ່ານ​ໂຣນັນ ​ເດ​ລາ ​ໂຣຊາ ຜູ້​ບັນຊາ​ການ​ສຳນັກງານຕຳຫຼວດ​ແຫ່ງ​ຊາດຟິລິບ​ປິນ ​ໄດ້​​ສະ​ແດງ​ຄວາມ​ຂໍ​ໂທດ​ຕໍ່​ລັດຖະບານ ສ.​ເກົາຫຼີ ຜ່ານ​​ສື່​ມວນ​ຊົນ ​ໃນ​ວັນ​ທີ 20 ມັງກອນ​ນີ້. ຂະນະ​ທີ່​ປັດຈຸບັນຍັງ​ພິຈາລະນາຄະດີ​ດັ່ງກ່າວ​ຢູ່.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ