ຕາມຂ່າວສານຈີນ: ວັນທີ 21 ມັງກອນນີ້, ບໍລິສັດການບິນບາງກອກ ໄດ້ເປີດບໍລິການເສັ້ນທາງການບິນໃໝ່ແຕ່ເມືອງກວາງໂຈ່ວ ສປ ຈີນຫາເກາະສະໝຸຍຢ່າງເປັນທາງການ ໂດຍນຳໃຊ້ເຮືອບິນ A319 ທີ່ບັນຈຸ 138 ທີ່ນັ່ງ ແລະບິນທຸກມື້ໆລະໜຶ່ງຖ້ຽວ.
ນີ້ແມ່ນຖ້ຽວບິນໂດຍກົງແຕ່ເມືອງກວາງໂຈ່ວຫາສະໝຸຍຖ້ຽວທຳອິດ.
ເກາະສະໝຸຍແມ່ນເກາະໃຫຍ່ອັນດັບສາມຂອງໄທ ຂຶ້ນກັບແຂວງສຸຣາດທານີ ແລະແມ່ນສະຖານທີ່ທ່ອງທ່ຽວແຄມທະເລທີ່ດີທີ່ສຸດແຫ່ງໜຶ່ງຂອງໄທ.