ຈີນ-​ກາ​ນາ​ດາ​ປຶກສາ​ຫາລື​ການ​ຮ່ວມ​ມືດ້ານ​ຕຸລາການ​ແລະ​ການປະຕິບັດກົດໝາຍຄັ້ງທີ 6
2017-01-22 16:08:15  cri 
    ຕາມ​ຂ່າວສານ​ຊິນ​ຮວາ: ການ​ປຶກສາ​ຫາລື​ການ​ຮ່ວມ​ມືດ້ານ​ຕຸລາການ​ແລະ​ການປະຕິບັດກົດໝາຍ​ຈີນ-​ກາ​ນາ​ດາ​ຄັ້ງທີ 6 ​ໄດ້​ຈັດ​ຂຶ້ນຢູ່​ເມືອງ​ວົດຕາ​ວາ​ປະ​ເທດ​ກາ​ນາ​ດາ​ແຕ່​ວັນ​ທີ 19-20 ມັງກອນ​ນີ້ ​ໂດຍ​ສອງ​ຝ່າຍ​ໄດ້ເປັນ​ເອກະ​ພາບ​ກັນ​ກ່ຽວ​ກັບ​ມາດຕະ​ການ​ລະອຽດ​ໃນ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດັ່ງກ່າວ​ຕື່ມ.

    ການ​ປຶກສາ​ຫາລື​ຄັ້ງນີ້ ​ແມ່ນ​ມາດ​ຕະການ​ທີ່​ສຳຄັນ​ເພື່ອ​ຈັດຕັ້ງປະຕິບັດ​ຕາມ​ໝາກຜົນ​ຈາກ​ການ​ຢ້ຽມຢາມ​ເຊິ່ງກັນ​ແລະ​ກັນ​ລະຫວ່າງ​ນາຍົກລັດຖະມົນຕີສອງ ປະ​ເທດ​ໃນ​ປີ 2016 ​ແລະ​ການ​ເຈລະຈາ​ດ້ານ​ຄວາມ​ໝັ້ນຄົງ​ແລະ​ກົດໝາຍ​ແຫ່ງ​ຊາດ​ລະດັບ​ສູງ​ລະຫວ່າງ​ຈີນ-​ດາ​ນາ​ດາ ​ເຊິ່ງ​​ໃນ​ໂອກາດ​ດັ່ງກ່າວ, ສອງ​ຝ່າຍ ​ໄດ້​ຮ່ວມ​ກັນ​ຫວນ​ຄືນ​ຜົນ​ການຈັດຕັ້ງປະຕິບັດ​ນັບ​ແຕ່​ດຳ​ເນີນ​ການ​ປຶກສາ​ຫາລື​ຄັ້ງທີ 5 ​ເປັນຕົ້ນມາ ທັງ​ໄດ້​ລົງ​ເລິກ​ແລກປ່ຽນ ​ກ່ຽວ​ກັບ​ກົດໝາຍ​ຂໍ້​ກຳນົດ​ແລະ​ການ​ປະຕິບັດ​ຕົວ​ຈິງ​ຂອງ​ສອງ​ປະ​ເທດ​​ໃນ​ການ​ສົ່ງ​ຄືນ​ຜູ້​ຕ້ອງ​ຫາ, ຜູ້​ທີ່​ຖືກ​ຕັດອິດສະຫຼະພາບ ​ແລະ ຊັບ​ສິນ​ຢ່າງ​ເລິກ​ເຊິ່ງ .
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ