ເກີດ​​ເຫດ​ຍິງກັນດຸ​ເດືອດ​ຢູ່​ພາກ​ຕາ​ເວັນ​ຕົກ​​ເຢ​ແມນ ​ເຮັດ​ໃຫ້​ປະຊາຊົນ​ຢ່າງ​ໜ້ອຍ 69 ຄົນ​ເສຍ​ຊີວິດ
2017-01-23 11:01:40  cri 
ກອງທັບ​ເຢ​ແມນ​ໄດ້​ໃຫ້​ຮູ້​​ໃນ​ວັນ​ທີ 22 ມັງກອນ​ນີ້ວ່າ: ​ໃນ 24 ຊົ່​ວ​ໂມງ​ທີ່​ຜ່ານ​ມາ, ໄດ້​ຍິງ​ປະ​ທະກັນ​​ກັບ​ກຸ່ມ​ປະກອບ​ອາວຸດ​ຮຸ​ຊິດ​ຢູ່​ທ່າ​ກຳ​ປັ່ນ​ໂມ​ຊາ​ແຄມ​ຝັ່ງ​ທະ​ເລ​ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ປະ​ເທດຕົນ​ຢ່າງ​ດຸ​ເດືອດ.

​ເຈົ້າ​ໜ້າ​ທີ່ທ່ານ​ໜຶ່ງ​​ໃນກອງ​ບັນຊາ​ການ​ເຂດ​ສູ້​ຮົບ​ທີ 4 ຂອ​ງ​ເຢ​ແມນ​ບອກ​ນັກ​ຂ່າວ​ວ່າ: ກອງທັບ​ລັດຖະບານ​ເຢ​ແມນ​ໄດ້​ບຸກ​ເຂົ້າທ່າ​ກຳ​ປັ່ນ​ໂມ​ຊາ​​ເປັນ​ກ້າວໆ​ເຊິ່ງມາ​ຮອດປັດຈຸບັນ​ສາມາດຍຶດ​​ບາງ​ເຂດ​ໄດ້​ຄືນ​ແລ້ວ. ຂະນະ​ທີ່ສອງ​ຝ່າຍ​ພວມ​​ຍິງ​ປະ​ທະ​ກັນຢ່າ​ງດຸ​ເດືອດ​ຢູ່​ສະໜາມຮົບ​ພາກ​ພື້ນ​ດິນ, ກອງທັບ​ລັດຖະບານ​ຈະ​ສື​ບຕໍ່ບຸກ​ໂຈມ​ຕີ​ທ່າ​ກຳ​ປັ່ນ​ໂມ​ຊາ​ ​ແລະ​ໃນ​ຄັ້ງ​ນີ້, ກຳລັງ​ທະຫານ​ຮ່ວມຈາກ​ຫຼາຍ​ປະ​ເທດ​ທີ່​ນຳ​ໂດຍ​ອາຣະບີ ຊາ​ອຸ​ດິດກໍ​ໄດ້​ເຂົ້າ​ຮ່ວມ​​ເຊັ່ນ​ດຽວ​ກັນ.

​ເຈົ້າ​ໜ້າ​ທີ່ສາທາລະນະ​ສຸກ​ທ້ອງ​ຖິ່ນ​ໃຫ້​ຮູ້​ວ່າ: ​ຕະຫຼອດ​ໄລຍະ 24 ຊົ່ວ​ໂມງ​​ຜ່ານ​ມາ, ​​ມີ​ຜູ້​ປະກອບ​ອາວຸດ​ຮຸ​ຊິດ 50 ກວ່າ​ຄົນ ​ແລະ ນັກຮົບຂອງ​ກອງທັບ​ລັດຖະບານ 19 ຄົນ​ເສຍ​ຊີວິດ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ