ຈີນ​ກາຍ​ເປັນ​ແຫຼ່ງນັກ​ທ່ອງ​ທ່ຽວ​ໃຫຍ່​ອັນ​ດັບ​​ໜຶ່ງ​ຂອງ​ສິງກະ​ໂປ
2017-01-23 16:49:50  cri 
ໜັງສືພິມ ຈາ​ກາ​ຕາ​ພົສ ຂອງ​ອິນ​ໂດ​ເນ​ເຊຍ​ສະບັບ​ວັນ​ທີ 22 ມັງ​ກອນ 2017 ລາຍ​ງານ​ວ່າ,​ ຈີນ​ໄດ້​ລື່ນ​ກາຍ​ອິນ​ໂດ​ເນ​ເຊຍ​​ໃນ​ການເປັນ​ແຫຼ່ງນັກ​ທ່ອງ​ທ່ຽວ​ໃຫຍ່​ອັນ​ດັບ​ໜຶ່ງ​ຂອງ​ສິງກະ​ໂປ.​ ​​ໂດຍ​ນັບແຕ່​ເດືອນ​ມັງກອນ​ຫາ​ເດືອນ​ພະຈິກ​ປີຜ່ານມາ,​ ນັກ​ທ່ອງ​ທ່ຽວ​ຈີນ​​ໄປ​ທ່ຽວ​ສິງກະ​ໂປມີ​ຫຼາຍ​ກວ່າ 2 ລ້ານ 6 ​ແສນ​ເທື່ອ​ຄົນ,​​ ​ທຽບ​ໃສ່​​ໄລຍະ​ດຽວ​ກັນຂອງ​ປີ 2015 ​ເພີ່ມ​ຂຶ້ນ 36%.​ ​ຂະນະ​ທີ່ 6 ​ເດືອນ​ຕົ້ນ​ຂອງປີຜ່ານ​ມາ,​ ນັກ​ທ່ອງ​ທ່ຽວ​ຈາກ​ເມືອງ​ລະດັບ​ສອງ​ຂອງ​ຈີນ​ໄປ​ທ່ຽວ​ສິງກະ​ໂປ​ເພີ່ມ​ຂຶ້ນ 70%. ​ໄດ້​ເຮັດ​ໃຫ້​ຍອດ​ຈຳນວນ​ນັກ​ທ່ອງ​ທ່ຽວ​ສາກົນ​ຂອງ​ສິງກະ​ໂປ​ເພີ່ມ​ຂຶ້ນ 7,9% ​​ນັບແຕ່​ເດືອນ​ມັງກອນ​ຫາ​​ເດືອນ​ພະຈິກ​ປີຜ່ານມາ.

ຂ່າວ​ແຈ້ງວ່າ,​​ ນັບແຕ່​ເດືອນ​ມັງກອນ​ຫາ​ເດືອນ​ພະຈິກ​ປີຜ່ານມາ,​ ນັກ​ທ່ອງ​ທ່ຽວອິນ​ໂດ​ເນ​ເຊຍ​ ​ 2 ລ້ານ 5 ​ແສນ​ເທື່ອ​ຄົນ​ໄປ​ທ່ຽວ​ສິງກະ​ໂປ, ​ແມ່ນ​ແຫຼ່ງນັກ​ທ່ອງ​ທ່ຽວ​ໃຫຍ່​ອັນ​ດັບ​ສອງ​ຂອງ​ສິງກະ​ໂປ, ​ແລະ​ອັນ​ດັບ​ສາມ​ແມ່ນ​ມາ​ເລ​ເຊຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ