ອາ​ເມ​ລິ​ກາ​ຈະ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ​ອາ​ເມ​ລິ​ກາ​ເໜືອກັບ​ຄູ່​ເຈລະຈາ​ຄືນ​ໃໝ່
2017-01-23 16:39:09  cri 
    ຕາມ​ຂ່າວສານ​ຊິນ​ຮວາ: ທ່ານ ​ໂດ​ນັນ ທຣຳ ປະທານ​າທິບໍດີ​ອາ​ເມ​ລິ​ກາ ກ່າວ​ໃນ​ພິທີ​ສາບານ​ຕົວ​ຂຶ້ນຮັບ​ຕຳ​ແໜ່​ງຂອງ​ທີ່​ປຶກ​ສາ​ຊັ້ນສູງ​ຂອງ​ທຳນຽບຂາວ​ເມື່ອ​ວັນ​ທີ 22 ມັງກອນ​ນີ້​ວ່າ, ຕົນ​ຈະ​ພົບ​ປະ​ກັບ​ຜູ້ນຳ​ກາ​ນາ​ດາ​ແລະ​ແມັກຊິກ​ໃນ​ໄວໆ​ນີ້ ​ເພື່ອ​ປຶກສາ​ຫາລື​ບັນຫາ​ການ​ຄ້າ​ແລະ​ອື່ນໆ.

    ທ່ານ ທຣຳ ​ໄດ້ກ່າວເຖິງ​ນະ​ໂຍບາຍ​ການ​ຄ້າ​​ໂດຍ​ຜ່ານ​ເວັບ​ໄຊ​ຂອງ​ທຳນຽບຂາວ​ໃນ​ມື້​ສາບານ​ຕົວ​ຂຶ້ນຮັບ​ຕຳ​ແໜ່​ງ​ເມື່ອ​ວັນ​ທີ 20 ມັງກອນນີ້​ວ່າ, ໜ້າ​ທີ່​ອັບ​ດັບ​ໜຶ່ງ​ຄືຖອນ​ອອກ​ຈາກ​ສັນຍາ​ການພົວພັນ​ຄູ່​ຂ້າມ​ປາຊິ​ຟິກ ຫຼື TPP ​ແລະ​ຈະເຈລະຈາສັນຍາ​ການ​ຄ້າ​ເສລີ​ອາ​ເມ​ລິ​ກາ​ເໜືອ​ຄືນ​ໃໝ່​.

    ຂະນະ​ທີ່​ສື່​ອາ​ເມ​ລິ​ກາ​ລາຍ​ງານ​ວ່າ, ທ່ານ ວິນ​ເບີ ຣົສ ວ່າ​ທີ່​ລັດຖະມົນຕີ​ການ​ຄ້າ​ອາ​ເມ​ລິ​ກາ ​ໄດ້​ແຈ້ງ​ຄວາມ​ເຫັນ​​ກ່ຽວ​ກັບ​ການ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ​ອາ​ເມ​ລິ​ກາ​ເໜືອ​ໃຫ້​ລັດຖະບານ​ກາ​ນາ​ດາ​ຊາບ​ແລ້ວ. ສ່ວນ​ລັດຖະບານ​ກາ​ນາ​ດາ​ແລະ​ແມັກ​ຊິກ​ກໍ​ໄດ້​ກ່າວ​ຫວ່າງ​ມໍ່ໆ​ນີ້​ວ່າ ຍິນ​ດີ​ປຶກສາ​ຫາລື​ການ​ຍົກ​ລະດັບສັນຍາ​ດັ່ງກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ