WHO ຮຽກຮ້ອງ​ໃຫ້​ປະ​ເທດ​ຕ່າງໆ​ຈົ່ງ​ລະວັງ​ພະຍາດ​ໄຂ້ຫວັດ​ສັດ​ປີກຢ່າງ​​ໃກ້ຊິດ
2017-01-24 15:37:01  cri 

ວັນ​ທີ 23 ມັງກອນ​ນີ້ ຢູ່​ນະຄອນ​ເຊີ​ແນວ ປະ​ເທດ​ສະ​ວິສ, ທ່ານ​ນາງ ມາ​ກາ​ເຣັດ ຈັນ​ຟຸງຟຸຊຸນ ຜູ້ອຳນວຍການ​ໃຫຍ່​ອົງການ​ອະນາ​ໄມ​ໂລກ ຫຼື WHO ​ໄດ້​ຮຽກຮ້ອງ​ໃຫ້​ປະ​ເທດ​ຕ່າງໆ​ຈົ່ງ​ຕິດຕາມ​ແລະ​ຄວບ​ຄຸມພະ​ຍາດ​ໄຂ້​ຫວັດ​ສັດ​ປີກ​ ທັງ​ລາຍ​ງານ​ກໍລະນີ​ຜູ້​ເປັນ​ພະຍາດ​ດັ່ງກ່າວ​ຢ່າງ​ທັນ​ການ ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​​​ໄຂ້ຫວັດ​ໃຫຍ່ແຜ່​ລະບາດ​ເປັນ​ບໍລິ​ເວນ​ກວ້າງ. ທ່ານ​ກ່າວ​ວ່າ: ​ເຊື້ອ​ໄວ​ລັດ​​ໄຂ້ຫວັດ​ສັດ​ປີກ​ສາຍ​ພັນ H5N6  ທີ່ກຳລັງ​ແຜ່​ລະບາດ​ຢູ່ອາຊີ​ຢ່າງ​ຮຸນ​ແຮງນັ້ນ ​ເກີດຈາກ​ການປະສົມລະຫວ່າງແຊນ​ພະຍາດ​ໄຂ້ຫວັດ​ສັດ​ປີກ 4 ສາຍ​ພັນ.

ທ່ານນາງ ​ມາ​ກາ​ເຣັດ ກ່າວ​ຕື່ມ​ວ່າ: ຫຼັງ​ໄຂ້ຫວັດ​​ໃຫຍ່​ສາຍ​ພັນ H1N1 ແຜ່​ລະບາດຢ່າງ​ຮຸນ​ແຮງ​ໃນທົ່ວ​ໂລກ​​​ເມື່ອປີ 2009-2010, ທົ່ວ​ໂລກ​ໄດ້​ສຸມ​ໃສ່​ເຝົ້າລະວັງ​ດີກ​ວ່າ​ເກົ່າ​ເພື່ອ​ຮັບ​ມື​ກັບ​ການ​ແຜ່​ລະບາດ​ໄຂ້ຫວັດ​ໃຫຍ່ອີກ​ຄັ້ງ​ໃໝ່, ​ແຕ່​ກໍ​ຍັງ​ບໍ່ດີພໍ. ​ແນວ​ໃດ​ກໍ​ດີ, ນັບ​ແຕ່​ເດືອນ​ທັນວາ​ປີ 2016 ​ເປັນຕົ້ນມາ, ຢູ່​ຈີນ​ໄດ້​ລາຍ​ງານ​ມີ​ຜູ້​ຕິດ​ເຊື້ອ​ພະຍາດ​ໄຂ້ຫວັດ​ສັດ​ປີກ​ສາຍ​ພັນ H7N9 ​ເພີ່ມ​ຂຶ້ນຢ່າງ​ວ່ອງ​ໄວ​ແລະ​ກະທັນຫັນ ​ເຊິ່ງ​ເປັນ​ສິ່ງ​ທີ່​ຕ້ອງ​ລະມັດລະວັງ.

ນອກ​ນີ້, ທ່ານ​ຍັງເນັ້ນວ່າ: ອີງ​ຕາມຄວາມ​ຮຽກຮ້ອງ​ຕ້ອງການ​ທີ່​ລະບຸ​ໄວ້​ໃນ​ກົດ​ລະບຽບ​ອະນາ​ໄມ​ສາກົນ, ຢູ່​ປະ​ເທດ​​ໃດຖ້າມີ​ຄົນ​ຕິດ​ເຊື້ອ​ພະ​ຍາດ​ໄຂ້ຫວັດ​ສັດ​ປີກ​ແລ້ວ​ກໍ​ຕ້ອງ​ລາຍ​ງານ​ທັນທີ ​ເພາະວ່າ​ພວກ​ເຮົາ​ບໍ່​ຄວນ​ເຮັດ​ໃຫ້​ເກີດ​ຄວາມ​ຜິດພາດ​​ໃນການ​ສົ່ງ​ສັນຍານ​ແຈ້ງ​ເຕືອນ​ໄພ​ໃນ​ໄລຍະ​ຕົ້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ