ສະໜາມ​ບິນ​ນະຄອນຫຼວງ​ປັກ​ກິ່ງ​ເຂົ້າສູ່​ໄລຍະມີຜູ້ໂດຍສານ​ເປັນ​ຈຳນວນຫຼາຍ​ຂະນະ​ທີ່​ບຸນ​ກຸດ​ຈີນ​ຈະ​ວຽນມາ​ເຖິງ
2017-01-24 16:43:17  cri 

​ແຫຼ່ງຂ່າວ​ຈາກ​ສະໜາມ​ບິນ​ນະຄອນຫຼວງປັກ​ກິ່ງ ສປ ຈີນ ​ໃຫ້​ຮູ້​ວ່າ, ວັນ​ທີ 24 ມັງກອນ​ນີ້, ຈຳນວນຜູ້​ໂດຍສານ​ໄດ້​ຂີ່​ຍົນ​ກັບບ້ານ​​ເກີດ​ເພື່ອສະຫຼອງບຸນ​ກຸດ​ຈີນ​ເພີ່ມ​ຂຶ້ນຢ່າງຫຼວງຫຼາຍ. ທັງ​ນີ້, ຄຽງ​ຄູ່​ກັບ​ບຸນ​ກຸດ​ຈີນ​ໄດ້​ຫຍັບ​ເຂົ້າມາ​ທຸກ​ຂະນະ, ສະໜາມ​ບິນ​ນະຄອນຫຼວງປັກ​ກິ່ງ​ກໍ​ເຂົ້າສູ່​ໄລຍະ​ທີ່​ມີ​ຜູ້​ໂດຍສານ​ເປັນຈຳນວນຫຼາຍ ​ໂດຍ​ໃນ​ວັນ​ດັ່ງກ່າວ, ຄາດ​ວ່າຈະ​ມີ​​ຜູ້​ໂດຍສານ​ອອກ​ເດີນທາງ​ເຖິງ 116.000 ​ເທື່ອ​ຄົນ ​ແລະ​ໃນ​ໄລຍະ​ນີ້ ​ແຕ່​ລະ​ມື້​ຈະ​ມີ​ຍົນຫຼາຍກວ່າ 1.900 ລຳ​ໃຫ້ການ​ບໍລິການ ​ແລະ​ໃນ​ໄລຍະ​ຖີ່​ທີ່​ສຸດ​ຈະ​ມີ​ຍົນ​ຂຶ້ນ ​ແລະ ລົງ​ຈອດ​ 45 ວິນາທີຕໍ່​ລຳ.

​ໃນ​ໄລຍະ​ບຸນ​ກຸດ​ຈີນ 2017 ນີ້, ຄາດ​ວ່າ ບໍລິສັດ​ການບິນ​ພົນລະ​ເຮືອນ​ຈີນຈະ​ບິນບໍລິການ​ 470.000 ຖ້ຽວ ​ແລະ​ບັນຈຸຫຼາຍກວ່າ 70 ລ້ານບ່ອນ​ນັ່ງ ທັງຄາດ​ວ່າ​ຈະ​ຂົນ​ສົ່ງ​ຜູ້​ໂດຍສານ​ບັນລຸ​ເຖິງ 58 ລ້ານ 3 ​ແສນ​ເທື່ອ​ຄົນ ​ເພີ່ມ​ຂຶ້ນ 10% ​ເມື່ອ​ທຽບ​​ໃສ່ໄລຍະ​ບຸນ​ກຸດ​ຈີນປີ 2016 ຜ່ານ​ມາ ​ແລະ​ເປັນ​ຈັງຫວະ​ການ​ເຕີບ​ໂຕ​ສູງ​ກວ່າ​ໝູ່​ທຽບ​ໃສ່ຮູບ​ການ​ຂົນ​ສົ່ງອື່ນໆ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ