ຈັບ​ຊາວອິນ​ໂດ​ເນ​ເຊຍ​ທີ່​ຖືກ​ສົງ​ໄສ​ເຂົ້າ​ຮ່ວມ​ກຸ່ມ​ຫົວ​ຮຸນ​ແຮງ IS ​ໄດ້ 17 ຄົນ
2017-01-24 11:56:23  cri 
ວັນ​ທີ 23 ມັງກອນ​ນີ້ ຢູ່​ນະຄອນຫຼວງ​ຈາ​ກາ​ຕາ​ປະ​ເທດອິນ​ໂດ​ເນ​ເຊຍ, ​ເຈົ້າ​ໜ້າ​ທີ່ກົມ​ຕຳຫຼວດ​ແຫ່ງ​ຊາດ​ອິນ​ໂດ​ເນ​ເຊຍກ່າວ​ວ່າ: ຫວ່າງ​ມໍ່​ໆ​ມາ​ນີ້, ​ເຈົ້າ​ໜ້າ​ທີ່​ຂອງ​ຕົນ​ສາມາດຈັບຊາວ​ອິນ​ໂດ​ເນ​ເຊຍ​ທີ່ຕວກກີ​ສົ່ງ​ຄືນ 17 ຄົນ ​ເຊິ່ງຖືກ​ສົງ​ໄສ​ມີ​ເຈຕະນາ​ຜ່ານ​ຕວກກີ​ໄປ​ຊີ​ຣີ​ເພື່ອ​ເຂົ້າ​ຮ່ວມ​ກຸ່ມ​ຫົວ​ຮຸນ​ແຮງ IS.

ທ່ານ ​ໂບຍ ຣາ​​ຟລາຍ ອາມາ ​ໂຄສົກ​ກົມ​ຕຳຫຼວດ​ແຫ່ງ​ຊາດ​ອິນ​ໂດ​ເນ​ເຊຍ​ກ່າວ​ວ່າ: ​ເຈົ້າ​ໜ້າ​ທີ່​ຕົນ​ພວມ​ດຳ​ເນີນ​ການ​ສືບສວນ​ບຸກ​ຄົນເຫຼົ່າ​ນີ້​ວ່າຈະ​ມີ​ສ່ວນ​ກ່ຽວຂ້ອງ​ກັບ​ການ​ເຄື່ອນ​ໄຫວ​ຂອງກຸ່ມ​ຫົວ​ຮຸນ​ແຮງ​ຫຼື​ບໍ່ ​ເຊິ່ງກໍຄາດ​ວ່າການ​ສືບສວນ​ຈະ​ສຳ​ເລັດ​ໃນ​ອີກ​ບໍ່​ດົນ. ຂ່າວ​ແຈ້ງວ່າ:ວັນ​ທີ 21 ມັງກອນ​ນີ້, ຊາວ​ອິນ​ໂດ​ເນ​ເຊຍທັງ 17 ຄົນ​ໄດ້ຖືກ​ຈັບຢູ່​ສະໜາມ​ບິນ​ສາກົນ​ຈາ​ກາຕາ​ຂະນະ​ທີ່​ຂີ່​ຍົນ​ຖ້ຽວ​ບິນ​ອິສຕັນ​ບູນຂອງ​ຕວກກີ​ມາຈາ​ກາ​ຕາ​ຂອງ​ອິນ​ໂດ​ເນ​ເຊຍ ​ໂດຍ​ໃນ​ຈຳ​ນວນ​ນີ້​ມີທັງ​ເດັກ​ຍິງອາຍຸ 2 ປີ 1 ຄົນ ​ແລະ​ເດັກ​ຊາຍອາຍຸ 3 ປີ 1 ຄົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ