ເຫດ​ລະ​ເບີດ​ລົດຍົນ​ຢູ່​ອີຣັກ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ 2 ຄົນ
2017-01-25 15:18:38  cri 
ເຈົ້າ​ໜ້າ​ທີ່​ຕຳຫຼວດ​ອີຣັກຖະ​ແຫຼ​ງ​ໃ​ນວັນ​ທີ 24 ມັງກອນ​ນີ້​ວ່າ: ຢູ່​ເຂດພັດທະນານະຄອນຫຼວງ​ແບັກ​ແດັດ​ປະ​ເທດ​ຕົນ​ໄດ້​ເກີດ​ເຫດ​ລະ​ເບີດ​ລົດຍົນ​ໃນ​ວັນ​ດັ່ງກ່າວ​ສົ່ງ​ຜົນ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ 2 ຄົນ​ແລະບາດ​ເຈັບ 10 ຄົນ​.

​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ຜູ້​ໜຶ່ງ​ທີ່​ບໍ່​ປະສົງ​ອອກ​ນາມ​ໃຫ້​ຮູ້​ວ່າ: ​ເຫດ​ລະ​ເບີດ​ເກີດ​ຂຶ້​ຢູ່ເຂດການຄ້າພັດທະນາແຫ່ງໜຶ່ງຝັ່ງຕາເວັນອອກແມ່ນ້ຳຕີກຣີສ ເທສະບານນະຄອນຫຼວງ ແບັກແດັດໃນ​ຕອນ​ທ່ຽງ​ວັນ​ທີ 24 ມັງກອນນີ້ ຕາມ​ເວລາ​ທ້ອງ​ຖິ່ນ ​ເຊິ່ງສົ່ງ​ຜົນເຮັດ​ໃຫ້​ສິ່ງ​ກໍ່ສ້າງ​ອ້ອມ​ຂ້າງ​ແລະ​ລົດຫຼາຍ​ຄັນ​​ເສຍ​ຫາຍ​ຈາກໄຟ​ໄໝ້.

ປັດຈຸບັນ​ຍັງບໍ່​ມີ​ກຸ່ມ​ໃດໆ​ອອກ​ມາ​ກ່າວ​ຄວາມ​ຮັບຜິດຊອບ​ຕໍ່​ເຫດການດັ່ງກ່າວ​ເທື່ອ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ