ລັດຖະບານ​ຟີ​ລິບ​ປິນຂໍ​ໂທດຕໍ່​ກໍລະນີ​ທີ່​ນັກທຸລະກິດ​ສ ​ເກົາຫຼີ​ຖືກ​ຕຳຫຼວດ​ຟີ​ລິບ​ປິນລອບ​ສັງຫານ
2017-01-26 15:10:20  cri 
ສື່​ມວນ​ຊົນ​ສ ​ເກົາຫຼີ​ລາຍ​ງານ​ວ່າ: ວັນ​ທີ 24 ມັງກອນ​ນີ້,ລັດຖະບານ​ຟີ​ລິບ​ປິນ​ໄດ້​ກ່າວຂໍ​ໂທດ​ຕໍ່​ກໍລະນີ​ທີ່ນັກທຸລະກິດ​ສ ​ເກົາຫຼີ​ຖືກຕຳຫຼວດຟີ​ລິບປິນລັກ​ພາ​ຕົວ​ແລະ​ລອບ​ສັງຫານຢູ່​ປະ​ເທດ​ຕົນ ​ແລະ​ວັນ​ດຽວ​ກັນ, ທ່ານ​ເອ​ເນັສ​ໂຕ ອາ​ເບ​ລາ ​ໂຄສົກ​ປະທານາທິບໍດີ​ຟີ​ລິບ​ປິນ​ໄດ້​ສະ​ແດງ​ຄວາມ​ເສົ້າ​ສະຫຼົດ​ໃຈ​ຕໍ່​ຄອບຄົວ​ຜູ້​ເສຍ​ຊີວິດ ທັງ​ກ່າວ​ຂໍ​ໂທດ​ຕໍ່​ລັດຖະບານ​ແລະ​ປະຊາຊົນ​ສ ​ເກົາຫຼີ​ເນື່ອງ​ຈາກ​ບໍ່​ສາມາດ​ຊ່ວຍ​ຊີວິດ​ຜູ້ກ່ຽວ​​ໄດ້.

ທ່ານ​ອາ​ເບ​ລາ​ຢືນຢັນ​ວ່າ ລັດຖະບານ​ຟີ​ລິບ​ປິນກຳລັງ​ລະດົມ​ທຸກໆກຳລັງ​ຈາກຕຸລາການ​ເພື່ອ​ສືບສວນ​ສອບ​ສວນ​ເຫດການ​ເທື່ອ​ນີ້ ທັງ​ສະ​ແດງ​ຄວາມ​ເສຍ​ໃ​ຈຫຼັງ​ເກີດຄະດີ​ດັ່ງກ່າວ.

ກ່ອນ​ໜ້າ​ນີ້, ກະຊວງ​ການ​ຕ່າງປະ​ເທດ​ຟີ​ລິບ​ປິນກໍ​ໄດ້ຢືນຢັນ​ໃນ​ວັນ​ທີ 21 ມັງກອນ​ນີ້​ວ່າ: ຊາວ​ຟີ​ລິບ​ປິນ 3 ຄົນ ​ໃນ​ນີ້ ຕຳຫຼວດ 2 ຄົນ​ຖືກ​ຈັບ​ຕົວ​ໃນ​ວັນ​ທີ 20 ​ເດືອນ​ດຽວ​ກັນຍ້ອນ​ຖືກ​ສົງ​ໄສ​ວ່າ​ໄດ້​ລັກພາ​ຕົວ​ແລະລອບ​ສັງຫານ​ນັກທຸລະກິດ​ສ ​ເກົາຫຼຜູ້​ໜຶ່ງີ​ທີ່​ເຮັດ​ວຽກ​ຢູ່​ຟີ​ລິບ​ປິນໃນ​ນາມ "ປາບປາມ​ຢາ​ເສບ​ຕິດ"​ເມື່ອ​ເດືອນ​ຕຸລາ​ປີຜ່ານມາ ທັງ​ຕົວະ​ວ່າ ຜູ້​ຖືກ​ເຄາະ​ຮ້າຍ​ຍັງ​ມີ​ຊີວິດ​ຢູ່​ເພື່ອ​ຮຽກ​ຄ່າ​ໄຖ່ຈາກຄອບຄົວ​ຜູ້ກ່ຽວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ